60 ແຕ່ແມ່ຂອງເດັກນ້ອຍໄດ້ທ້ວງຂຶ້ນວ່າ, “ບໍ່ໄດ້! ລາວຕ້ອງມີຊື່ວ່າໂຢຮັນ”.
60 ແຕ່ແມ່ເວົ້າວ່າ, “ບໍ່ແມ່ນ ລາວຈະຕ້ອງມີຊື່ວ່າ ໂຢຮັນ.”
ແຕ່ລາວບໍ່ໄດ້ສົມສູ່ກັບນາງຈົນກວ່ານາງໄດ້ເກີດລູກຊາຍຄົນໜຶ່ງ ແລະ ໂຢເຊັບຈຶ່ງຕັ້ງຊື່ໃຫ້ເດັກນັ້ນວ່າ, ເຢຊູ.
ແຕ່ເທວະດາຕົນນັ້ນກ່າວກັບເພິ່ນວ່າ: “ເຊກາຣີຢາ, ຢ່າຢ້ານເລີຍ, ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຈົ້າແລ້ວ. ເອລີຊາເບັດເມຍຂອງເຈົ້າຈະເກີດລູກຊາຍ, ຈົ່ງຕັ້ງຊື່ໃຫ້ເພິ່ນວ່າໂຢຮັນ.
ພວກເຂົາກ່າວກັບນາງວ່າ, “ໃນບັນດາຍາດພີ່ນ້ອງຂອງເຈົ້າບໍ່ມີຜູ້ໃດທີ່ໃຊ້ຊື່ນັ້ນ”.
ເພິ່ນຈຶ່ງຂໍໃຫ້ເອົາແຜ່ນກະດານມາແລ້ວຂຽນລົງໄປວ່າ, “ຊື່ຂອງລາວແມ່ນໂຢຮັນ” ເຊິ່ງສ້າງຄວາມປະຫລາດໃຈແກ່ທຸກຄົນ.