Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:53 - ພຣະຄຳພີລາວສະບັບສະໄໝໃໝ່

53 ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ສິ່ງ​ດີ ແຕ່​ສົ່ງ​ຄົນ​ຮັ່ງມີ​ໜີ​ໄປ​ມື​ເປົ່າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

53 ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ຂອງ​ດີ ແລະ​ໃຫ້​ຄົນ​ຮັ່ງມີ​ໜີໄປ​ມື​ເປົ່າ.

Uka jalj uñjjattʼäta Copia luraña




ລູກາ 1:53
21 Jak'a apnaqawi uñst'ayäwi  

ຜູ້ໃດ​ອຶດຫິວ ແລະ ກະຫາຍ​ຫາ​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ອີ່ມບໍລິບູນ.


ພຣະອົງ​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂດຍ​ພຣະອົງ​ບໍ່​ລືມ​ທີ່​ຈະ​ເມດຕາ


ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ອຶດຫິວ​ໃນ​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໄດ້​ອີ່ມບໍລິບູນ. ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຮ້ອງໄຫ້​ຢູ່​ໃນ​ເວລາ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ໄດ້​ຫົວຂັວນ.


“ແຕ່​ວິບັດ​ມີ​ແກ່​ພວກເຈົ້າ​ຜູ້​ຮັ່ງມີ ເພາະ​ພວກເຈົ້າ​ໄດ້​ຮັບ​ຄວາມ​ສຸກ​ສະບາຍ​ແລ້ວ.


ແລ້ວ​ພຣະເຢຊູເຈົ້າ​ປະກາດ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ອາຫານ​ແຫ່ງ​ຊີວິດ. ຜູ້ໃດ​ກໍ​ຕາມ​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຫິວເຂົ້າ​ຈັກເທື່ອ ແລະ ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຫິວນ້ຳ​ຈັກເທື່ອ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ພວກເຈົ້າ​ເຄີຍ​ເປັນ​ຢ່າງໃດ​ເມື່ອ​ພຣະເຈົ້າ​ເອີ້ນ​ພວກເຈົ້າ. ໃນ​ພວກເຈົ້າ​ມີ​ໜ້ອຍຄົນ​ທີ່​ສະຫລາດ​ຕາມ​ມາດຕະຖານ​ຂອງ​ມະນຸດ; ມີ​ໜ້ອຍຄົນ​ທີ່​ມີ​ອຳນາດ, ມີ​ໜ້ອຍຄົນ​ທີ່​ມີ​ການ​ກຳເນີດ​ທີ່​ສູງສົ່ງ.


ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ! ພວກເຈົ້າ​ກໍ​ໄດ້​ກາຍເປັນ​ຜູ້​ຮັ່ງມີ​ແລ້ວ! ພວກເຈົ້າ​ໄດ້​ເລີ່ມຕົ້ນ​ເປັນ​ກະສັດ​ແລ້ວ ແລະ ໂດຍ​ທີ່​ບໍ່​ມີ​ພວກເຮົາ! ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັບ​ພວກເຈົ້າ​ເໝືອນກັນ!


Jiwasaru arktasipxañani:

Anuncios ukanaka


Anuncios ukanaka