Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:51 - ພຣະຄຳພີລາວສະບັບສະໄໝໃໝ່

51 ພຣະອົງ​ກະທຳ​ການ​ຍິ່ງໃຫຍ່​ດ້ວຍ​ແຂນ​ຂອງ​ພຣະອົງ, ພຣະອົງ​ເຮັດ​ໃຫ້​ຄົນ​ທີ່​ມີ​ໃຈ​ອວດອ້າງ​ຈອງຫອງ​ກະຈັດກະຈາຍ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ເມື່ອ​ພຣະຫັດ​ອັນ​ຊົງ​ຣິດ ຂອງ​ພຣະອົງ​ຢຽດ​ອອກ ຄົນ​ຈອງຫອງ ແລະ​ແຜນການ​ ຂອງ​ພວກເຂົາ​ກໍ​ແຕກຊະ.

Uka jalj uñjjattʼäta Copia luraña




ລູກາ 1:51
32 Jak'a apnaqawi uñst'ayäwi  

ເພາະ​ເຖິງແມ່ນວ່າ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ພວກເຂົາ​ກໍ​ບໍ່​ໄດ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ສົມ​ກັບ​ການ​ທີ່​ພຣະອົງ​ເປັນ​ພຣະເຈົ້າ ທັງ​ບໍ່​ໄດ້​ຂອບພຣະຄຸນ​ພຣະອົງ, ແຕ່ວ່າ​ຄວາມຄິດ​ຂອງ​ພວກເຂົາ​ກາຍເປັນ​ສິ່ງ​ທີ່​ໄຮ້ປະໂຫຍດ ແລະ ຈິດໃຈ​ອັນ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ພວກເຮົາ​ທຳລາຍ​ຂໍ້​ໂຕ້ແຍ້ງ ແລະ ທຸກ​ຂໍ້ອ້າງ​ທີ່​ຕັ້ງ​ຕົວ​ຂັດຂວາງ​ຄວາມຮູ້​ຂອງ​ພຣະເຈົ້າ ແລະ ພວກເຮົາ​ປາບ​ທຸກ​ຄວາມຄິດ​ໃຫ້​ຍອມຈຳນົນ​ເຊື່ອຟັງ​ພຣະຄຣິດເຈົ້າ.


ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.


ເຫດສະນັ້ນ ພາຍໃນ​ມື້​ດຽວ​ໄພພິບັດ​ຕ່າງໆ​ຂອງ​ນາງ​ຈະ​ຕົກ​ຖືກ​ນາງ​ຄື: ຄວາມຕາຍ, ຄວາມໂສກເສົ້າ ແລະ ຄວາມອຶດຢາກ. ນາງ​ຈະ​ຖືກ​ເຜົາຜານ​ດ້ວຍ​ໄຟ ເພາະ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຜູ້​ພິພາກສາ​ນາງ​ນັ້ນ​ມີ​ລິດອຳນາດ​ຍິ່ງໃຫຍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka