Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ນາງ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ທີ່ສຸດ​ໃນ​ທ່າມກາງ​ແມ່ຍິງ​ທັງຫລາຍ ແລະ ລູກ​ທີ່​ເຈົ້າ​ຈະ​ເກີດ​ອອກ​ມາ​ນັ້ນ​ກໍ​ໄດ້​ຮັບ​ພອນ​ດ້ວຍ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ຈຶ່ງ​ເວົ້າ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເຈົ້າ​ເປັນ​ຍິງ​ທີ່​ໄດ້​ຮັບ​ພຣະພອນ​ຫລາຍ​ທີ່ສຸດ​ກວ່າ​ຍິງ​ທຸກຄົນ ຕະຫລອດ​ທັງ​ລູກ​ທີ່​ຈະ​ເກີດ​ມາ​ນັ້ນ​ດ້ວຍ

Uka jalj uñjjattʼäta Copia luraña




ລູກາ 1:42
13 Jak'a apnaqawi uñst'ayäwi  

ເທວະດາ​ຕົນ​ນັ້ນ​ໄດ້​ໄປ​ຫາ​ນາງ ແລະ ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ເປັນ​ທີ່​ພໍໃຈ​ຫລາຍ! ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ເຈົ້າ”.


ເມື່ອ​ນາງ​ເອລີຊາເບັດ​ໄດ້​ຍິນ​ຄຳທັກທາຍ​ຂອງ​ນາງ​ມາຣີ, ລູກ​ໃນ​ທ້ອງ​ຂອງ​ນາງ​ກໍ​ດີ້ນ ແລະ ນາງ​ເອລີຊາເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ.


ແຕ່​ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຫລາຍ​ເຊັ່ນ​ນີ້ ທີ່​ແມ່​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ຂ້ານ້ອຍ?


ເພາະ​ພຣະອົງ​ໄດ້​ໃສ່​ໃຈ ຕໍ່​ຖານະ​ອັນ​ຕ່ຳຕ້ອຍ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ. ຈາກ​ນີ້​ໄປ​ຄົນ​ທຸກ​ຍຸກ​ຈະ​ເອີ້ນ​ຂ້ານ້ອຍ​ວ່າ​ຜູ້​ໄດ້​ຮັບ​ພອນ,


“ພຣະພອນ​ມີ​ແດ່​ກະສັດ​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ສັນຕິສຸກ​ຈົ່ງ​ມີ​ໃນ​ສະຫວັນ ແລະ ສະຫງ່າລາສີ​ຈົ່ງ​ມີ​ໃນ​ທີ່​ສູງສຸດ!”


ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ! ອາແມນ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka