Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ເມື່ອ​ນາງ​ເອລີຊາເບັດ​ໄດ້​ຍິນ​ຄຳທັກທາຍ​ຂອງ​ນາງ​ມາຣີ, ລູກ​ໃນ​ທ້ອງ​ຂອງ​ນາງ​ກໍ​ດີ້ນ ແລະ ນາງ​ເອລີຊາເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ເມື່ອ​ນາງ​ເອລີຊາເບັດ​ໄດ້ຍິນ​ຄຳ​ທັກທາຍ​ຂອງ​ນາງ​ມາຣີ ລູກ​ໃນ​ທ້ອງ​ກໍ​ເໜັງຕີງ ນາງ​ເອລີຊາເບັດ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ

Uka jalj uñjjattʼäta Copia luraña




ລູກາ 1:41
15 Jak'a apnaqawi uñst'ayäwi  

ເພາະ​ເພິ່ນ​ຈະ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ. ເພິ່ນ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ ແລະ ຂອງ​ມຶນເມົາ ແລະ ເພິ່ນ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ເກີດ​ມາ.


ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊກາຣີຢາ ແລະ ກ່າວ​ທັກທາຍ​ນາງ​ເອລີຊາເບັດ.


ນາງ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ທີ່ສຸດ​ໃນ​ທ່າມກາງ​ແມ່ຍິງ​ທັງຫລາຍ ແລະ ລູກ​ທີ່​ເຈົ້າ​ຈະ​ເກີດ​ອອກ​ມາ​ນັ້ນ​ກໍ​ໄດ້​ຮັບ​ພອນ​ດ້ວຍ!


ພໍ​ແຕ່​ຂ້ານ້ອຍ​ໄດ້​ຍິນ​ສຽງ​ທັກທາຍ​ຂອງ​ນາງ ລູກ​ໃນ​ທ້ອງ​ຂອງ​ຂ້ານ້ອຍ​ກໍ​ດີ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ.


ຝ່າຍ​ເຊກາຣີຢາ​ຜູ້​ເປັນ​ພໍ່​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ທຳນວາຍ​ວ່າ:


ພຣະເຢຊູເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ພຣະອົງ​ກັບ​ມາ​ຈາກ​ແມ່ນ້ຳ​ຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້າ​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,


ພວກເພິ່ນ​ທຸກຄົນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມ​ເວົ້າ​ພາສາ​ແປກໆ ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໃຫ້​ພວກເພິ່ນ​ເວົ້າ​ໄດ້.


ແລ້ວ​ເປໂຕ, ຜູ້​ທີ່​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ຮຽນ​ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ ແລະ ບັນດາ​ເຖົ້າແກ່​ທີ່​ນັບຖື!


ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ


ແຕ່​ຊະເຕຟາໂນ, ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ໄດ້​ເງີຍໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ຢ່າ​ເມົາ​ເຫລົ້າອະງຸ່ນ​ທີ່​ພາ​ໃຫ້​ເສຍ​ຄົນ. ແຕ່​ຈົ່ງ​ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ດີ​ກວ່າ.


ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka