Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:33 - ພຣະຄຳພີລາວສະບັບສະໄໝໃໝ່

33 ແລະ ພຣະອົງ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ, ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ມີ​ວັນ​ສິ້ນສຸດ​ເລີຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

33 ແລະ ເພິ່ນ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.”

Uka jalj uñjjattʼäta Copia luraña




ລູກາ 1:33
28 Jak'a apnaqawi uñst'ayäwi  

ນີ້​ແມ່ນ​ເຊື້ອສາຍ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ເຊິ່ງ​ມີ​ດັ່ງນີ້:


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ນາງ​ມາຣີ​ຈຶ່ງ​ຖາມ​ເທວະດາ​ນັ້ນ​ວ່າ, “ຈະ​ເປັນ​ຢ່າງ​ນັ້ນ​ໄດ້​ແນວໃດ​ໃນ​ເມື່ອ​ຂ້ານ້ອຍ​ຍັງ​ເປັນ​ສາວບໍລິສຸດ​ຢູ່?”


ບໍ່ແມ່ນ​ວ່າ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລົ້ມເຫລວ​ໄປ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຈາກ​ອິດສະຣາເອນ​ນັ້ນ​ຈະ​ເປັນ​ອິດສະຣາເອນ.


ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.


ຂໍ​ໃຫ້​ສັນຕິສຸກ ແລະ ຄວາມ​ເມດຕາ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຕາມ​ກົດ​ນີ້ ຄື​ແກ່​ອິດສະຣາເອນ​ຂອງ​ພຣະເຈົ້າ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ, ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka