Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:31 - ພຣະຄຳພີລາວສະບັບສະໄໝໃໝ່

31 ເຈົ້າ​ຈະ​ຖືພາ ແລະ ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ລູກ​ນັ້ນ​ວ່າ​ເຢຊູ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

31 ເຈົ້າ​ຈະ​ຕັ້ງທ້ອງ ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ກຸມມານ​ນັ້ນ​ວ່າ ເຢຊູ.

Uka jalj uñjjattʼäta Copia luraña




ລູກາ 1:31
10 Jak'a apnaqawi uñst'ayäwi  

ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ, ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.


“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).


ແຕ່​ລາວ​ບໍ່​ໄດ້​ສົມສູ່​ກັບ​ນາງ​ຈົນກວ່າ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂຢເຊັບ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ, ເຢຊູ.


ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ກັບ​ເພິ່ນ​ວ່າ: “ເຊກາຣີຢາ, ຢ່າ​ຢ້ານ​ເລີຍ, ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ​ແລ້ວ. ເອລີຊາເບັດ​ເມຍ​ຂອງ​ເຈົ້າ​ຈະ​ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ໃຫ້​ເພິ່ນ​ວ່າ​ໂຢຮັນ.


ໃຫ້​ມາ​ຫາ​ສາວບໍລິສຸດ​ຄົນ​ໜຶ່ງ​ທີ່​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ດາວິດ. ສາວບໍລິສຸດ​ຄົນ​ນັ້ນ​ມີ​ຊື່​ວ່າ​ມາຣີ.


ໃນ​ວັນ​ທີ​ແປດ ກໍ​ເຖິງ​ເວລາ​ທີ່​ເດັກນ້ອຍ​ຄົນ​ນັ້ນ​ຕ້ອງ​ຮັບ​ພິທີຕັດ, ເດັກນ້ອຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເຢຊູ ຕາມ​ຊື່​ທີ່​ເທວະດາ​ໄດ້​ບອກ​ໄວ້​ກ່ອນ​ທີ່​ນາງ​ມາຣີ​ຍັງ​ບໍ່​ທັນ​ໄດ້​ຖືພາ.


ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’. ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?”


ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka