Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສືບສວນ​ທຸກ​ສິ່ງ​ຢ່າງ​ລະອຽດ​ມາ​ຕັ້ງແຕ່​ຕົ້ນ​ແລ້ວ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຂຽນ​ລຳດັບ​ເຫດການ​ເພື່ອ​ທ່ານ ເທໂອຟີໂລ​ທີ່​ນັບຖື,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ດັ່ງນັ້ນແຫລະ ທ່ານ​ເທໂອຟີໂລ​ທີ່​ນັບຖື ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສຶກສາ​ຢ່າງ​ຖີ່ຖ້ວນ​ຮອບຄອບ ເຖິງ​ສິ່ງ​ເຫຼົ່ານີ້​ທັງໝົດ​ແລ້ວ​ຕັ້ງແຕ່​ຕົ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ດີ​ຮຽບຮຽງ​ເລື່ອງລາວ​ຕາມ​ລຳດັບ​ເພື່ອ​ປະໂຫຍດ​ແກ່​ທ່ານ.

Uka jalj uñjjattʼäta Copia luraña




ລູກາ 1:3
17 Jak'a apnaqawi uñst'ayäwi  

ມີ​ຫລາຍ​ຄົນ​ໄດ້​ຮຽບຮຽງ​ເລື່ອງລາວ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ,


ຮຽນ​ທ່ານ​ເທໂອຟີໂລ, ໃນ​ໜັງສື​ເຫລັ້ມ​ກ່ອນ, ຂ້າພະເຈົ້າ​ໄດ້​ຂຽນ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເລີ່ມຕົ້ນ​ກະທຳ ແລະ ສັ່ງສອນ


ເປໂຕ​ຈຶ່ງ​ເລີ່ມ​ອະທິບາຍ​ເລື່ອງ​ທັງໝົດ​ຈາກ​ຈຸດເລີ່ມຕົ້ນ​ແກ່​ພວກເຂົາ​ຟັງ​ວ່າ:


“ດັ່ງນັ້ນ ຂ້າພະເຈົ້າ​ເຫັນ​ວ່າ​ພວກເຮົາ​ບໍ່​ຄວນ​ສ້າງ​ຄວາມ​ລຳບາກ​ໃຫ້​ກັບ​ຄົນຕ່າງຊາດ​ທີ່​ຫັນ​ມາ​ຫາ​ພຣະເຈົ້າ


ດັ່ງນັ້ນ ພວກເຮົາ​ທຸກຄົນ​ເຫັນດີ​ທີ່​ຈະ​ເລືອກ​ເອົາ​ບາງຄົນ ແລະ ສົ່ງ​ພວກເຂົາ​ມາ​ຫາ​ພວກທ່ານ​ພ້ອມ​ກັບ​ບາຣະນາບາ ແລະ ໂປໂລ​ເພື່ອນ​ທີ່ຮັກ​ຂອງ​ເຮົາ


ດ້ວຍວ່າ ພຣະວິນຍານບໍລິສຸດເຈົ້າ​ກັບ​ພວກເຮົາ​ເຫັນດີ​ຮ່ວມ​ກັນ​ແລ້ວ​ວ່າ​ບໍ່​ໃຫ້​ວາງ​ພາລະ​ໜັກ​ໃດ​ໃຫ້​ພວກທ່ານ​ເວັ້ນ​ແຕ່​ຂໍ້​ກຳນົດ​ຕໍ່ໄປ​ນີ້​ຄື:


ຫລັງຈາກ​ພັກ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ​ໄດ້​ຊົ່ວໄລຍະ​ໜຶ່ງ​ແລ້ວ, ໂປໂລ​ກໍ​ເດີນທາງ​ໄປ​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ບ່ອນ​ຕ່າງໆ​ທົ່ວ​ແຂວງ​ຄາລາເຕຍ ແລະ ຟີເຄຍ, ເພື່ອ​ໜູນໃຈ​ສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ.


ຂ້າພະເຈົ້າ ກລາວດີໂອລີເຊຍ, ຮຽນ​ພະນະ​ທ່ານ, ເຟລິກ​ຜູ້ປົກຄອງ: ຂໍ​ຄຳນັບ.


ທ່ານ​ເຟລິກ​ທີ່​ນັບຖື, ພວກ​ຂ້າພະເຈົ້າ​ນ້ອມຮັບ​ສິ່ງ​ນີ້​ດ້ວຍ​ຄວາມສຳນຶກ​ໃນ​ບຸນຄຸນ​ຢ່າງ​ຍິ່ງ​ໃນ​ທຸກຫົນທຸກແຫ່ງ ແລະ ໃນ​ທຸກໆ​ດ້ານ.


ໂປໂລ​ຕອບ​ວ່າ, “ພະນະທ່ານ ເຟຊະໂຕ ຂ້ານ້ອຍ​ບໍ່ໄດ້​ເປັນ​ບ້າ, ສິ່ງ​ທີ່​ຂ້ານ້ອຍ​ກຳລັງ​ເວົ້າ​ເປັນ​ຄວາມຈິງ ແລະ ສົມເຫດສົມຜົນ.


ບັດນີ້ ກ່ຽວກັບ​ອາໂປໂລ​ພີ່ນ້ອງ​ຂອງ​ເຮົາ​ນັ້ນ ເຮົາ​ໄດ້​ຂໍຮ້ອງ​ລາວ​ໃຫ້​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ບັນດາ​ພີ່ນ້ອງ. ເວລານີ້​ລາວ​ຍັງ​ບໍ່​ຢາກ​ໄປ, ແຕ່​ລາວ​ຈະ​ໄປ​ເມື່ອ​ລາວ​ມີ​ໂອກາດ.


ຕາມ​ຄວາມເຫັນ​ຂອງ​ເຮົາ, ນາງ​ຈະ​ມີ​ຄວາມສຸກ​ຫລາຍກວ່າ​ຖ້າ​ນາງ​ຢູ່​ຕາມ​ຖານະ​ທີ່​ນາງ​ເປັນຢູ່ ແລະ ເຮົາ​ຄິດວ່າ ເຮົາ​ກໍ​ເໝືອນກັນ ມີ​ພຣະວິນຍານ​ຂອງ​ພຣະເຈົ້າ.


ຖ້າ​ເຈົ້າ​ຫາກ​ຊີ້ແຈງ​ສິ່ງ​ເຫລົ່ານີ້​ແກ່​ພວກ​ພີ່ນ້ອງ​ທັງຫລາຍ​ທີ່​ເຊື່ອ​ແລ້ວ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ໄດ້​ຮັບ​ການບຳລຸງລ້ຽງ​ໃນ​ຄວາມຈິງ​ແຫ່ງ​ຄວາມເຊື່ອ ແລະ ຫລັກຄຳສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka