ລູກາ 1:17 - ພຣະຄຳພີລາວສະບັບສະໄໝໃໝ່17 ແລະ ເພິ່ນຈະອອກໜ້າກ່ອນອົງພຣະຜູ້ເປັນເຈົ້າດ້ວຍຈິດວິນຍານ ແລະ ລິດອຳນາດຂອງເອລີຢາ, ເພື່ອໃຫ້ຈິດໃຈຂອງພໍ່ຫັນມາຫາລູກ ແລະ ນຳຄົນບໍ່ເຊື່ອຟັງຫັນມາສູ່ປັນຍາຂອງຄົນຊອບທຳ ເພື່ອຈັດຕຽມຊົນຊາດໜຶ່ງໄວ້ສຳລັບອົງພຣະຜູ້ເປັນເຈົ້າ”. Uka jalj uñjjattʼätaພຣະຄຳພີສັກສິ17 ເພິ່ນຈະອອກໜ້າກ່ອນ ອົງພຣະຜູ້ເປັນເຈົ້າຢ່າງເຂັ້ມແຂງແລະອົງອາດ ເໝືອນດັ່ງຜູ້ທຳນວາຍເອລີຢາ ເພິ່ນຈະນຳພໍ່ກັບລູກໃຫ້ຄືນດີກັນ ເພິ່ນຈະນຳຄົນດື້ດ້ານກັບໃຫ້ມີປັນຍາຢ່າງຄົນສິນທຳ ເພິ່ນຈະຕຽມປະຊາຊົນໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ.” Uka jalj uñjjattʼäta |
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.