5 ໃນຂະນະທີ່ເຮົາຍັງຢູ່ໃນໂລກນີ້ ເຮົາກໍເປັນຄວາມສະຫວ່າງຂອງໂລກ”.
5 ຕາບໃດທີ່ເຮົາຍັງຢູ່ໃນໂລກນີ້ ເຮົາກໍເປັນຄວາມສະຫວ່າງຂອງໂລກ.”
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດ ໄດ້ເຫັນແສງສະຫວ່າງອັນຍິ່ງໃຫຍ່; ບັນດາຜູ້ອາໄສໃນດິນແດນຂອງເງົາແຫ່ງຄວາມຕາຍນັ້ນ ແສງສະຫວ່າງເລີ່ມສ່ອງສະຫວ່າງຂຶ້ນແລ້ວ”.
“ພວກເຈົ້າທັງຫລາຍເປັນແສງສະຫວ່າງສຳລັບໂລກນີ້. ເມືອງທີ່ຕັ້ງຢູ່ເທິງພູຈະເຊື່ອງໄວ້ບໍ່ໄດ້.
ແສງສະຫວ່າງເພື່ອເປີດເຜີຍແກ່ບັນດາຄົນຕ່າງຊາດ, ແລະ ເພື່ອເປັນສະຫງ່າລາສີແກ່ຊາວອິດສະຣາເອນປະຊາຊົນຂອງພຣະອົງ”.
ເຮົາໄດ້ເຂົ້າມາໃນໂລກນີ້ໃນຖານະທີ່ເປັນຄວາມສະຫວ່າງ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຢູ່ໃນຄວາມມືດ.
ເມື່ອພຣະເຢຊູເຈົ້າໄດ້ກ່າວກັບປະຊາຊົນອີກ, ພຣະອົງກ່າວວ່າ, “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ. ຜູ້ໃດກໍຕາມທີ່ຕາມເຮົາມາຈະບໍ່ເດີນໃນຄວາມມືດ, ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ”.
ເພາະນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງພວກເຮົາໄວ້ວ່າ: “‘ເຮົາໄດ້ເຮັດໃຫ້ເຈົ້າເປັນແສງສະຫວ່າງແກ່ຄົນຕ່າງຊາດ ເພື່ອເຈົ້າຈະນຳຄວາມພົ້ນໄປຈົນເຖິງສຸດປາຍແຜ່ນດິນໂລກ’”.
ເພື່ອເປີດຕາຂອງພວກເຂົາ ແລະ ນຳພວກເຂົາອອກຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງມານຊາຕານມາຫາພຣະເຈົ້າ ເພື່ອພວກເຂົາຈະໄດ້ຮັບການອະໄພບາບ ແລະ ໄດ້ຢູ່ໃນທ່າມກາງຜູ້ທີ່ໄດ້ຮັບການຊຳລະໃຫ້ບໍລິສຸດໂດຍເຊື່ອໃນເຮົາ’.
ຄືທີ່ພຣະຄຣິດເຈົ້າຈະຕ້ອງທົນທຸກທໍລະມານ ແລະ, ໃນຖານະທີ່ເປັນຜູ້ທຳອິດທີ່ເປັນຄືນມາຈາກຕາຍ ແລະ ນຳແສງສະຫວ່າງມາສູ່ຄົນຂອງພຣະອົງເອງ ແລະ ຄົນຕ່າງຊາດ”.
ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ: “ຄົນທີ່ຫລັບເອີຍ, ຈົ່ງຕື່ນຂຶ້ນ, ຈົ່ງຟື້ນຄືນມາຈາກຄວາມຕາຍ, ແລະ ພຣະຄຣິດເຈົ້າຈະສ່ອງສະຫວ່າງໃສ່ເຈົ້າ”.
ນະຄອນນີ້ບໍ່ຕ້ອງການດວງອາທິດ ຫລື ດວງເດືອນເພື່ອສ່ອງແສງ ເພາະສະຫງ່າລາສີຂອງພຣະເຈົ້າໃຫ້ແສງສະຫວ່າງ ແລະ ລູກແກະຂອງພຣະເຈົ້າຄືຕະກຽງແຫ່ງນະຄອນນີ້.