Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 9:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະເຢຊູເຈົ້າ​ກ່າວ​ວ່າ, “ບໍ່​ແມ່ນ​ຊາຍ​ຄົນ​ນີ້ ຫລື ພໍ່​ແມ່​ຂອງ​ລາວ​ທີ່​ເຮັດບາບ ແຕ່​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ພາລະກິດ​ຂອງ​ພຣະເຈົ້າ​ຈະ​ສະແດງ​ໃນ​ຊີວິດ​ຂອງ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ລາວ ຫລື​ບາບກຳ​ຂອງ​ພໍ່ແມ່​ລາວ ລາວ​ຕາບອດ​ເພື່ອ​ໃຫ້​ພາລະກິດ​ຂອງ​ພຣະເຈົ້າ​ສຳແດງ​ໃນ​ຕົວ​ລາວ.

Uka jalj uñjjattʼäta Copia luraña




ໂຢຮັນ 9:3
16 Jak'a apnaqawi uñst'ayäwi  

ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


ເມື່ອ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຄວາມເຈັບປ່ວຍ​ນີ້​ຈະ​ບໍ່​ເຖິງ​ແກ່​ຄວາມຕາຍ. ແຕ່​ເກີດຂຶ້ນ​ເພື່ອ​ກຽດຕິຍົດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ຮັບກຽດ​ເພາະ​ການ​ນີ້”.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຈະ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ?”


ເມື່ອ​ຊາວເກາະ​ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ, ພວກເຂົາ​ກໍ​ເວົ້າ​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕ້ອງ​ເປັນ​ຜູ້ຂ້າຄົນ​ແນ່ນອນ; ເພາະ​ເຖິງ​ແມ່ນວ່າ​ລາວ​ລອດຕາຍ​ຈາກ​ທະເລ, ແຕ່​ເຈົ້າ​ແຫ່ງ​ຄວາມຍຸຕິທຳ​ກໍ​ຍັງ​ບໍ່​ປ່ອຍ​ໃຫ້​ລາວ​ມີຊີວິດ​ຢູ່”.


ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,


ດັ່ງນັ້ນ ພວກເຮົາ​ຈຶ່ງ​ຮູ້ຈັກ ແລະ ເພິ່ງພາ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ມີ​ຕໍ່​ພວກເຮົາ. ພຣະເຈົ້າ​ເປັນ​ຄວາມຮັກ. ຜູ້ໃດ​ກໍ​ຕາມ​ດຳເນີນຊີວິດ​ຢູ່​ໃນ​ຄວາມຮັກ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະເຈົ້າ ແລະ ພຣະເຈົ້າ​ຢູ່​ພາຍໃນ​ພວກເຂົາ.


ນີ້​ຄື​ວິທີ​ທີ່​ພຣະເຈົ້າ​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ​ຄື: ພຣະອົງ​ໄດ້​ສົ່ງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນຊີວິດ​ຜ່ານ​ທາງ​ພຣະບຸດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka