Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 9:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ອອກ​ໄປ​ນັ້ນ ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.

Uka jalj uñjjattʼäta Copia luraña




ໂຢຮັນ 9:1
12 Jak'a apnaqawi uñst'ayäwi  

ມີ​ຊາຍ​ຕາບອດ​ສອງ​ຄົນ​ກຳລັງ​ນັ່ງ​ຢູ່​ແຄມທາງ, ເມື່ອ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຜ່ານມາ​ທາງ​ນັ້ນ ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”


ຂະນະ​ທີ່​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ທີ່​ນັ້ນ, ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຍ່າງ​ຕາມ​ພຣະອົງ​ໄປ ແລະ ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”


ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລາວ​ເປັນ​ຢ່າງ​ນີ້​ມາ​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງ​ແຕ່​ນ້ອຍ​ພຸ້ນ


ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ແຕ່​ບໍ່​ມີ​ຄົນໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍດີ​ໄດ້.


ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ເຈັບປ່ວຍ​ມາ​ໄດ້​ສາມສິບແປດ​ປີ​ແລ້ວ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ກ້ອນຫີນ​ຂຶ້ນ​ມາ​ເພື່ອ​ຈະ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ຫລີກໜີ ແລະ ອອກໄປ​ຈາກ​ບໍລິເວນ​ວິຫານ.


ພວກສາວົກ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ຜູ້ໃດ​ນໍ​ທີ່​ໄດ້​ເຮັດບາບ ຊາຍ​ຄົນ​ນີ້ ຫລື ພໍ່​ແມ່​ຂອງ​ລາວ, ລາວ​ຈຶ່ງ​ເກີດ​ມາ​ຕາບອດ?”


ທີ່​ເມືອງ​ລີສະຕຣາ ມີ​ຊາຍ​ພິການ​ຄົນ​ໜຶ່ງ​ນັ່ງ​ຢູ່​ທີ່​ນັ້ນ. ລາວ​ເປັນ​ເປ້ຍ​ມາ​ຕັ້ງແຕ່​ເກີດ ແລະ ບໍ່​ເຄີຍ​ຍ່າງ​ຈັກເທື່ອ.


ເມື່ອ​ຊາວເກາະ​ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ, ພວກເຂົາ​ກໍ​ເວົ້າ​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕ້ອງ​ເປັນ​ຜູ້ຂ້າຄົນ​ແນ່ນອນ; ເພາະ​ເຖິງ​ແມ່ນວ່າ​ລາວ​ລອດຕາຍ​ຈາກ​ທະເລ, ແຕ່​ເຈົ້າ​ແຫ່ງ​ຄວາມຍຸຕິທຳ​ກໍ​ຍັງ​ບໍ່​ປ່ອຍ​ໃຫ້​ລາວ​ມີຊີວິດ​ຢູ່”.


ເພາະ​ຊາຍ​ຄົນ​ທີ່​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ​ຢ່າງ​ອັດສະຈັນ​ນັ້ນ​ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.


ໃນ​ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໄອເນ, ຜູ້​ທີ່​ເປັນ​ອຳມະພາດ ແລະ ນອນ​ຢູ່​ກັບ​ຕຽງ​ມາ​ໄດ້​ແປດ​ປີ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka