Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 8:51 - ພຣະຄຳພີລາວສະບັບສະໄໝໃໝ່

51 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ຈະ​ບໍ່​ພົບ​ກັບ​ຄວາມຕາຍ​ຈັກເທື່ອ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງເຮົາ​ນັ້ນ ຈະ​ບໍ່​ພົບ​ຄວາມ​ຕາຍ​ຈັກເທື່ອ.”

Uka jalj uñjjattʼäta Copia luraña




ໂຢຮັນ 8:51
15 Jak'a apnaqawi uñst'ayäwi  

“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ບຸດມະນຸດ​ມາ​ດ້ວຍ​ອານາຈັກ​ຂອງ​ພຣະອົງ”.


ພຣະວິນຍານບໍລິສຸດເຈົ້າ​ໄດ້​ສະແດງ​ໃຫ້​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ພຣະເມຊີອາ​ຂອງ​ອົງພຣະຜູ້ເປັນເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.


ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ.


“ຂ້ານ້ອຍ​ໄດ້​ເປີດເຜີຍ​ພຣະອົງ​ແກ່​ບັນດາ​ຄົນ​ທັງຫລາຍ​ຈາກ​ໂລກ​ນີ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ. ພວກເຂົາ​ເປັນ​ຂອງ​ພຣະອົງ, ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ ແລະ ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ຟັງ​ຄຳ​ຂອງ​ເຮົາ ແລະ ເຊື່ອ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີຊີວິດ​ນິລັນດອນ ແລະ ຈະ​ບໍ່​ເຂົ້າ​ໃນ​ການພິພາກສາ, ແຕ່​ໄດ້​ຜ່ານພົ້ນ​ຈາກ​ຄວາມຕາຍ​ໄປ​ສູ່​ຊີວິດ​ແລ້ວ.


ແຕ່​ນີ້​ຄື​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ ເຊິ່ງ​ຄົນໃດ​ໄດ້​ກິນ​ແລ້ວ​ຈະ​ບໍ່​ຕາຍ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.


ເມື່ອ​ພວກ​ຢິວ​ໄດ້​ຍິນ​ຢ່າງ​ນີ້​ກໍ​ຮ້ອງ​ຂຶ້ນ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ແລ້ວ​ວ່າ​ຜີມານຮ້າຍ​ສິງ​ເຈົ້າ​ຢູ່! ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ, ແຕ່​ເຈົ້າ​ມາ​ເວົ້າ​ວ່າ​ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຈົ້າ​ຜູ້​ນັ້ນ​ຈະ​ບໍ່​ໄດ້​ຊິມ​ລົດ​ຄວາມຕາຍ​ຈັກເທື່ອ.


ເຖິງແມ່ນວ່າ​ພວກເຈົ້າ​ຍັງ​ບໍ່​ຮູ້ຈັກ​ພຣະອົງ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ. ຖ້າ​ເຮົາ​ກ່າວ​ວ່າ​ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນຂີ້ຕົວະ​ເໝືອນ​ກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ໂດຍ​ຄວາມເຊື່ອ​ເອນົກ​ຈຶ່ງ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ຊີວິດ​ນີ້, ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ຕ້ອງ​ພົບ​ກັບ​ຄວາມຕາຍ​ຄື: “ຊອກຫາ​ເພິ່ນ​ບໍ່​ພົບ, ເພາະ​ພຣະເຈົ້າ​ໄດ້​ຮັບ​ເພິ່ນ​ໄປ​ແລ້ວ”. ເພາະ​ກ່ອນ​ທີ່​ເພິ່ນ​ຖືກ​ຮັບ​ໄປ, ເພິ່ນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້​ທີ່​ພຣະເຈົ້າ​ພໍໃຈ.


ແຕ່​ພວກເຮົາ​ເຫັນ​ພຣະເຢຊູເຈົ້າ​ຜູ້​ຖືກ​ເຮັດ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ຊົ່ວຂະນະໜຶ່ງ​ນັ້ນ, ບັດນີ້ ໄດ້​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ແລ້ວ ເພາະ​ພຣະອົງ​ໄດ້​ທົນທຸກທໍລະມານ​ຈົນ​ຕາຍ ເພື່ອ​ວ່າ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈະ​ໄດ້​ຊິມ​ລົດ​ຄວາມຕາຍ​ເພື່ອ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka