Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 8:34 - ພຣະຄຳພີລາວສະບັບສະໄໝໃໝ່

34 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ບາບ​ກໍ​ເປັນ​ຂ້າທາດ​ຂອງ​ບາບ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

34 ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ການບາບ​ກໍ​ເປັນ​ທາດ​ຂອງ​ບາບກຳ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 8:34
16 Jak'a apnaqawi uñst'ayäwi  

ເພາະ​ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຕາບໃດ​ທີ່​ສະຫວັນ ແລະ ແຜ່ນດິນໂລກ​ຍັງ​ຕັ້ງ​ຢູ່ ແມ່ນແຕ່​ໂຕ​ອັກສອນ​ທີ່​ນ້ອຍ​ທີ່ສຸດ​ພຽງ​ໂຕ​ໜຶ່ງ ຫລື ຈຸດ​ດຽວ​ກໍ​ຈະ​ບໍ່​ສູນຫາຍ​ໄປ​ຈາກ​ໜັງສື​ກົດບັນຍັດ ຈົນ​ກວ່າ​ທຸກສິ່ງ​ຈະ​ສຳເລັດ​ຄົບຖ້ວນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ໃດ​ສາມາດ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ຖ້າ​ພວກເຂົາ​ບໍ່​ບັງເກີດ​ໃໝ່”.


ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຂົມຂື່ນ ແລະ ຕົກ​ເປັນ​ທາດ​ຂອງ​ຄວາມບາບ”.


ເຫດສະນັ້ນ, ຢ່າ​ໃຫ້​ຄວາມບາບ​ໄດ້​ຄອບຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ ເຊິ່ງ​ເຮັດ​ໃຫ້​ພວກເຈົ້າ​ຕ້ອງ​ຍອມ​ເຮັດຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ຮ່າງກາຍ​ນັ້ນ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຈົ້າ​ຍອມ​ມອບ​ພວກເຈົ້າ​ເອງ​ໃຫ້​ເຊື່ອຟັງ​ຢ່າງ​ຂ້າທາດ​ຕໍ່​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ຂ້າທາດ​ຂອງ​ຜູ້​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ? ບໍ່​ວ່າ​ພວກເຈົ້າ​ຈະ​ເປັນ​ຂ້າທາດ​ຂອງ​ຄວາມບາບ ເຊິ່ງ​ນຳ​ໄປ​ສູ່​ຄວາມຕາຍ ຫລື ເປັນ​ຂ້າທາດ​ຂອງ​ການເຊື່ອຟັງ ເຊິ່ງ​ນຳໄປ​ສູ່​ຄວາມຊອບທຳ.


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ເພື່ອ​ວ່າ​ກາຍ​ທີ່​ຖືກ​ຄອບຄອງ​ໂດຍ​ບາບ​ນັ້ນ​ຈະ​ຖືກ​ກຳຈັດ​ໄປ ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ຂ້າທາດ​ຂອງ​ຄວາມບາບ​ອີກ​ຕໍ່ໄປ


ພວກເຮົາ​ຮູ້​ແລ້ວ​ວ່າ​ກົດບັນຍັດ​ເປັນ​ເລື່ອງ​ຝ່າຍ​ຈິດວິນຍານ, ແຕ່​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຈິດວິນຍານ, ເຮົາ​ຖືກ​ຂາຍ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມບາບ.


ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊ່ວຍ​ໃຫ້​ເຮົາ​ລອດພົ້ນ​ໄດ້​ໂດຍ​ຜ່ານ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ! ເຫດສະນັ້ນ ທາງດ້ານ​ຈິດໃຈ​ຂອງ​ເຮົາ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ໃນ​ດ້ານ​ທຳມະຊາດ​ບາບ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດ​ແຫ່ງ​ຄວາມບາບ.


ວ່າ, ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ຈະ​ໄດ້​ຮັບ​ການປົດປ່ອຍ​ຈາກ​ການຜູກມັດ​ໃຫ້​ຕ້ອງ​ເສື່ອມສູນ ແລະ ຈະ​ຖືກ​ນຳ​ເຂົ້າ​ສູ່​ເສລີພາບ​ອັນ​ຮຸ່ງເຮືອງ​ຂອງ​ບຸດ​ທັງຫລາຍຂອງ​ພຣະເຈົ້າ.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka