Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 8:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເຂົາ​ອີກ​ເທື່ອ​ໜຶ່ງ​ວ່າ, “ເຮົາ​ກຳລັງ​ຈະ​ໄປ ແລ້ວ​ພວກເຈົ້າ​ຈະ​ຊອກຫາ​ເຮົາ ແລະ ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ. ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ຈະ​ຈາກ​ໄປ ເຈົ້າ​ທັງຫລາຍ​ຈະ​ຊອກ​ຫາ​ເຮົາ, ແຕ່​ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງ​ພວກເຈົ້າ ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ບໍ່ໄດ້.”

Uka jalj uñjjattʼäta Copia luraña




ໂຢຮັນ 8:21
21 Jak'a apnaqawi uñst'ayäwi  

ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ເຮົາ​ອີກ​ຈົນ​ກວ່າ​ພວກເຈົ້າ​ຈະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ’”.


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.


ພຣະອົງ​ກ່າວ​ດັ່ງນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ຈະ​ຕາຍ​ຢ່າງໃດ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ມີ​ຄວາມສະຫວ່າງ​ອີກ​ໜ້ອຍໜຶ່ງ. ຈົ່ງ​ເດີນ​ຕໍ່ໄປ​ຂະນະ​ທີ່​ຍັງ​ມີ​ແສງສະຫວ່າງ​ຢູ່ ກ່ອນ​ທີ່​ຄວາມມືດ​ຈະ​ຄອບຄອງ​ພວກເຈົ້າ, ຜູ້​ທີ່​ເດີນ​ຢູ່​ໃນ​ຄວາມມືດ​ນັ້ນ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


“ລູກນ້ອຍ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ບໍ່​ດົນ. ພວກເຈົ້າ​ຈະ​ຊອກຫາ​ເຮົາ, ແລະ ດັ່ງ​ທີ່​ເຮົາ​ໄດ້​ບອກ​ພວກ​ຢິວ​ໄວ້​ແລ້ວ, ດັ່ງນັ້ນ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ໃນ​ເວລາ​ນີ້​ວ່າ: ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້.


ພວກເຈົ້າ​ຈະ​ຊອກຫາ​ເຮົາ ແຕ່​ພວກເຈົ້າ​ຈະ​ບໍ່​ພົບ​ເຮົາ ແລະ ບ່ອນ​ທີ່​ເຮົາ​ຢູ່​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.


ລາວ​ໝາຍຄວາມ​ວ່າ​ຢ່າງໃດ​ເມື່ອ​ລາວ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ຊອກຫາ​ເຮົາ​ແຕ່​ບໍ່​ພົບ​ເຮົາ’ ແລະ ‘ບ່ອນ​ທີ່​ເຮົາ​ຢູ່​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້’?”


ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ, ຖ້າ​ພວກເຈົ້າ​ບໍ່​ເຊື່ອ​ວ່າ​ເຮົາ​ເປັນ​ຜູ້​ນັ້ນ ພວກເຈົ້າ​ຈະ​ຕາຍ​ໃນ​ບາບ​ຂອງ​ພວກເຈົ້າ​ຢ່າງ​ແນ່ນອນ”.


ສ່ວນ​ພວກເຈົ້າ​ນັ້ນ, ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ການລ່ວງລະເມີດ ແລະ ໃນ​ຄວາມບາບ​ຂອງ​ພວກເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka