Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ເວລາ​ຂອງ​ເຮົາ​ຍັງ​ບໍ່​ມາ​ເຖິງ ສຳລັບ​ພວກເຈົ້າ​ແລ້ວ​ເວລາ​ໃດ​ກໍ​ເໝາະສົມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ພຣະເຢຊູເຈົ້າ​ຊົງ​ບອກ​ພວກເຂົາ​ວ່າ, “ເວລາ​ກຳນົດ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ​ເທື່ອ ແຕ່​ເວລາ​ຂອງ​ພວກເຈົ້າ​ແລ້ວ ແມ່ນ​ມີ​ຢູ່​ສະເໝີ.

Uka jalj uñjjattʼäta Copia luraña




ໂຢຮັນ 7:6
10 Jak'a apnaqawi uñst'ayäwi  

ພຣະອົງ​ຕອບ​ວ່າ, “ຈົ່ງ​ເຂົ້າໄປ​ຫາ​ຄົນ​ໜຶ່ງ​ໃນ​ເມືອງ ແລະ ບອກ​ລາວ​ວ່າ, ‘ອາຈານ​ກ່າວ​ດັ່ງນີ້​ວ່າ: ເວລາ​ທີ່​ເຮົາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ ເຮົາ​ຈະ​ສະຫລອງ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ເຮືອນ​ຂອງ​ເຈົ້າ’”.


ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ແລ້ວ, ພຣະເຢຊູເຈົ້າ​ຮູ້​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ພຣະອົງ​ຈະ​ຈາກ​ໂລກ​ນີ້​ໄປ​ຫາ​ພຣະບິດາເຈົ້າ. ພຣະອົງ​ຮັກ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢູ່​ໃນ​ໂລກ​ນີ້, ພຣະອົງ​ໄດ້​ຮັກ​ພວກເຂົາ​ຈົນ​ເຖິງ​ທີ່ສຸດ.


ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ແລ້ວ ພຣະອົງ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ອະທິຖານ​ວ່າ: “ພຣະບິດາເຈົ້າ​ເອີຍ, ເຖິງ​ເວລາ​ແລ້ວ. ຂໍໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ເພື່ອ​ວ່າ​ພຣະບຸດ​ຂອງ​ພຣະອົງ​ຈະ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຍິງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້​ເຮົາ​ໄປ​ຫຍຸ້ງກ່ຽວ​ນໍາ? ເພາະ​ເວລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ”.


ເມື່ອ​ໄດ້​ຟັງ​ດັ່ງນັ້ນ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ ເພາະ​ຍັງ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ.


ພວກເຈົ້າ​ໄປ​ຮ່ວມ​ເທດສະການ​ນັ້ນ​ສາ. ຝ່າຍ​ເຮົາ​ບໍ່​ໄປ​ເທດສະການ​ນັ້ນ, ເພາະ​ເວລາ​ທີ່​ເໝາະສົມ​ສຳລັບ​ເຮົາ​ຍັງ​ບໍ່​ທັນ​ມາເຖິງ”.


ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫລົ່ານີ້​ໃນ​ຂະນະ​ທີ່​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ໃກ້​ກັບ​ບ່ອນວາງ​ເຄື່ອງຖວາຍ. ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັບ​ພຣະອົງ, ເພາະ​ຍັງ​ບໍ່​ເຖິງ​ເວລາ​ຂອງ​ພຣະອົງ​ເທື່ອ.


ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ບໍ່​ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ​ທີ່​ຈະ​ຮູ້​ເວລາ ຫລື ວັນ​ທີ່​ພຣະບິດາເຈົ້າ​ໄດ້​ກຳນົດ​ໄວ້​ດ້ວຍ​ສິດອຳນາດ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka