5 ເພາະວ່າແມ່ນແຕ່ບັນດານ້ອງຊາຍຂອງພຣະອົງເອງກໍບໍ່ເຊື່ອໃນພຣະອົງ.
5 ແມ່ນແຕ່ພວກນ້ອງຊາຍຂອງພຣະອົງ ກໍບໍ່ເຊື່ອວາງໃຈໃນພຣະອົງ).
ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຢູ່ກັບປະຊາຊົນຢູ່ນັ້ນ, ມານດາ ແລະ ບັນດານ້ອງຊາຍຂອງພຣະອົງໄດ້ມາຢືນຢູ່ຂ້າງນອກ ເພື່ອຕ້ອງການຈະເວົ້າກັບພຣະອົງ.
ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນເລື່ອງນີ້ ພວກເຂົາກໍມາເພື່ອຈະຫ້າມພຣະອົງໄວ້, ເພາະພວກເຂົາເວົ້າວ່າ, “ພຣະອົງເສຍສະຕິໄປແລ້ວ”.
ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ພວກນ້ອງຊາຍຂອງພຣະອົງໄປງານເທດສະການແລ້ວ, ພຣະອົງກໍໄປເໝືອນກັນ, ບໍ່ໄດ້ເປີດເຜີຍ ແຕ່ໄປຢ່າງລັບໆ.
ບັນດານ້ອງຊາຍຂອງພຣະເຢຊູເຈົ້າຈຶ່ງເວົ້າກັບພຣະອົງວ່າ, “ຈົ່ງອອກຈາກຄາລີເລ ແລະ ໄປຍັງແຂວງຢູດາຍ, ເພື່ອວ່າພວກສາວົກຂອງເຈົ້າຈະໄດ້ເຫັນສິ່ງທີ່ເຈົ້າເຮັດ.
ບໍ່ມີຜູ້ໃດຢາກເປັນທີ່ຮູ້ຈັກຂອງສາທາລະນະແລ້ວຍັງເຮັດໃນທີ່ລັບ. ໃນເມື່ອເຈົ້າກຳລັງເຮັດສິ່ງເຫລົ່ານີ້ ກໍຈົ່ງສະແດງຕົນເອງຕໍໂລກ”.