43 ດ້ວຍເຫດນີ້ ປະຊາຊົນຈຶ່ງມີຄວາມເຫັນແຕກແຍກກັນໃນເລື່ອງຂອງພຣະເຢຊູເຈົ້າ.
43 ເຫດສະນັ້ນ ປະຊາຊົນຈຶ່ງມີຄວາມເຫັນແຕກແຍກກັນໃນເລື່ອງພຣະເຢຊູເຈົ້າ.
ເພາະເຮົາໄດ້ມາເພື່ອຈະເຮັດໃຫ້, “‘ລູກຊາຍບໍ່ຖືກກັນກັບພໍ່, ລູກສາວບໍ່ຖືກກັນກັບແມ່, ລູກໃພ້ບໍ່ຖືກກັນກັບແມ່ຍ່າ,
ພວກເຈົ້າຄິດວ່າເຮົາມາເພື່ອນຳເອົາສັນຕິສຸກມາສູ່ໂລກບໍ? ບໍ່ເລີຍ, ເຮົາບອກພວກເຈົ້າວ່າເຮົານຳເອົາການແຕກແຍກມາ.
ພວກຢິວທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ກໍແຕກແຍກກັນອີກ.
ຢູ່ທ່າມກາງປະຊາຊົນນັ້ນຕ່າງກໍມີສຽງກະຊິບກ່ຽວກັບພຣະອົງກະຈາຍໄປ. ບາງຄົນກໍເວົ້າວ່າ, “ລາວເປັນຄົນດີ”. ສ່ວນຄົນອື່ນກໍເວົ້າວ່າ, “ບໍ່ແມ່ນ, ລາວຫລອກລວງປະຊາຊົນ”.
ພວກຟາຣີຊາຍບາງຄົນຈຶ່ງເວົ້າວ່າ, “ຊາຍຄົນນີ້ບໍ່ໄດ້ມາຈາກພຣະເຈົ້າ ເພາະລາວບໍ່ຖືຮັກສາວັນຊະບາໂຕ”. ແຕ່ຄົນອື່ນກໍຖາມວ່າ, “ຄົນບາບຈະສະແດງໝາຍສຳຄັນຢ່າງນີ້ໄດ້ແນວໃດ?” ດັ່ງນັ້ນ ພວກເຂົາຈຶ່ງແຕກແຍກກັນ.
ປະຊາຊົນໃນເມືອງນັ້ນໄດ້ແຍກເປັນສອງຝ່າຍ; ຝ່າຍໜຶ່ງຢູ່ຝ່າຍຢິວ, ອີກຝ່າຍໜຶ່ງຢູ່ກັບຝ່າຍອັກຄະສາວົກ.