Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ບັດນີ້ ຖ້າ​ເດັກນ້ອຍ​ຜູ້ຊາຍ​ຍັງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ບໍ່​ໃຫ້​ກົດບັນຍັດ​ຂອງ​ໂມເຊ​ຖືກ​ລະເມີດ, ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຈຮ້າຍ​ໃຫ້​ເຮົາ​ທີ່​ໄດ້​ຮັກສາ​ທົ່ວ​ທັງ​ຮ່າງກາຍ​ຂອງ​ມະນຸດ​ໃນ​ວັນ​ຊະບາໂຕ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ຖ້າ​ເດັກຊາຍ​ຄົນ​ໜຶ່ງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ວ່າ ບໍ່​ໃຫ້​ເປັນ​ການ​ລ່ວງ​ລະເມີດ​ກົດບັນຍັດ​ຂອງ​ໂມເຊ ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໂກດຮ້າຍ​ໃຫ້​ເຮົາ ເມື່ອ​ເຮົາ​ຊົງ​ໂຜດ​ຄົນ​ໃຫ້​ຫາຍ​ພະຍາດ​ໃນ​ວັນ​ຊະບາໂຕ?

Uka jalj uñjjattʼäta Copia luraña




ໂຢຮັນ 7:23
9 Jak'a apnaqawi uñst'ayäwi  

ແລະ ຢູ່​ທີ່​ນັ້ນ​ມີ​ຊາຍ​ມືລີບ​ຄົນ​ໜຶ່ງ. ພວກເຂົາ​ຊອກຫາ​ສາເຫດ​ທີ່​ຈະ​ຈັບຜິດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ການ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ​ເປັນ​ການ​ຖືກຕ້ອງ​ຕໍ່​ກົດບັນຍັດ​ບໍ?”


ເມື່ອ​ພວກ​ຟາຣີຊາຍ​ເຫັນ​ຢ່າງ​ນັ້ນ, ພວກເຂົາ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ! ພວກສາວົກ​ຂອງ​ທ່ານ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ”.


ຫລື ພວກເຈົ້າ​ບໍ່​ໄດ້​ອ່ານ​ໃນ​ກົດບັນຍັດ​ທີ່​ວ່າ​ບັນດາ​ປະໂລຫິດ​ໃນ​ວິຫານ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ໃນ​ວັນສະບາໂຕ ເຊິ່ງ​ເປັນ​ການ​ລະເມີດ​ກົດ​ວັນຊະບາໂຕ ແລະ ຍັງ​ບໍລິສຸດ​ຢູ່​ບໍ?


ດັ່ງນັ້ນ ພວກ​ຢິວ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຫາຍດີ​ພະຍາດ​ນັ້ນ​ວ່າ, “ນີ້​ເປັນ​ວັນຊະບາໂຕ ກົດບັນຍັດ​ຫ້າມ​ບໍ່​ໃຫ້​ເຈົ້າ​ແບກ​ບ່ອນນອນ”.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດການ​ອັດສະຈັນ​ຢ່າງ​ໜຶ່ງ ແລະ ພວກເຈົ້າ​ທັງຫລາຍ​ກໍ​ພາກັນ​ປະຫລາດໃຈ​ແລ້ວ.


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່​ຖືຮັກສາ​ວັນ​ຊະບາໂຕ”. ແຕ່​ຄົນ​ອື່ນ​ກໍ​ຖາມວ່າ, “ຄົນບາບ​ຈະ​ສະແດງ​ໝາຍສຳຄັນ​ຢ່າງ​ນີ້​ໄດ້​ແນວໃດ?” ດັ່ງນັ້ນ ພວກເຂົາ​ຈຶ່ງ​ແຕກແຍກກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka