ໂຢຮັນ 7:17 - ພຣະຄຳພີລາວສະບັບສະໄໝໃໝ່17 ຖ້າຜູ້ໃດເລືອກທີ່ຈະເຮັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍຈະຮູ້ວ່າຄຳສອນຂອງເຮົາມາຈາກພຣະເຈົ້າ ຫລື ວ່າເຮົາເວົ້າເອົາເອງ. Uka jalj uñjjattʼätaພຣະຄຳພີສັກສິ17 ຜູ້ໃດທີ່ເຕັມໃຈປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍຈະຮູ້ວ່າສິ່ງທີ່ເຮົາສັ່ງສອນນັ້ນ ມາຈາກພຣະເຈົ້າ ຫລືເຮົາກ່າວຕາມໃຈຂອງເຮົາເອງ. Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.