Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເມື່ອ​ເທດສະການ​ດຳເນີນ​ໄປ​ໄດ້​ເຄິ່ງໜຶ່ງ​ແລ້ວ ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ໄປ​ທີ່​ເດີ່ນ​ວິຫານ ແລະ ເລີ່ມຕົ້ນ​ສັ່ງສອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ພໍ​ເທດສະການ​ດຳເນີນ​ໄປ​ໄດ້​ເຄິ່ງ​ໜຶ່ງ​ແລ້ວ ພຣະເຢຊູເຈົ້າ​ກໍໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ໄດ້​ສັ່ງສອນ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 7:14
16 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໄດ້​ຂັບໄລ່​ບັນດາ​ຄົນ​ທີ່​ຊື້​ຂາຍ​ຢູ່​ທີ່​ນັ້ນ​ອອກໄປ. ພຣະອົງ​ໄດ້​ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນ​ເງິນ ແລະ ຕັ່ງ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.


ໃນ​ຊົ່ວໂມງ​ນັ້ນ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ປະຊາຊົນ​ທັງຫລາຍ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ? ເຮົາ​ນັ່ງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ.


ພຣະອົງ​ໄດ້​ສັ່ງສອນ​ຢູ່​ທີ່​ວິຫານ​ທຸກ​ວັນ. ແຕ່​ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ບັນດາ​ຜູ້ນຳ​ໃນ​ທ່າມກາງ​ປະຊາຊົນ​ກໍ​ພະຍາຍາມ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ພຣະອົງ


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ກ່າວ​ກັບ​ໂລກ​ຢ່າງ​ເປີດເຜີຍ. ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ຫລື ໃນ​ວິຫານ​ຢູ່​ສະເໝີ, ສະຖານ​ທີ່​ເຫລົ່ານີ້​ເປັນ​ບ່ອນ​ທີ່​ຊາວຢິວ​ທັງໝົດ​ມາ​ເຕົ້າໂຮມ​ກັນ. ເຮົາ​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ທີ່​ເປັນ​ຄວາມລັບ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເບິ່ງແມ, ເຈົ້າ​ດີພະຍາດ​ແລ້ວ ຢ່າ​ສູ່​ເຮັດບາບ​ອີກ​ຕໍ່​ໄປ ບໍ່​ດັ່ງນັ້ນ​ສິ່ງຊົ່ວຮ້າຍ​ກວ່າ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ”.


ແຕ່​ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປຸກຕູບຢູ່​ຂອງ​ຊາວຢິວ​ແລ້ວ,


ດັ່ງນັ້ນ ຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ຮ້ອງ​ສຽງດັງ​ວ່າ, “ແມ່ນ​ແລ້ວ, ພວກເຈົ້າ​ຮູ້ຈັກ​ເຮົາ ແລະ ພວກເຈົ້າ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ. ເຮົາ​ບໍ່​ໄດ້​ມາ​ດ້ວຍ​ສິດອຳນາດ​ຂອງ​ເຮົາ​ເອງ, ແຕ່​ພຣະອົງ​ຜູ້​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ເປັນ​ຄວາມ​ຈິງ. ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ,


ໃນ​ວັນ​ສຸດທ້າຍ ແລະ ເປັນ​ວັນ​ສຳຄັນ​ທີ່ສຸດ​ຂອງ​ເທດສະການ, ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ກ່າວ​ດ້ວຍ​ສຽງດັງ​ວ່າ, “ຖ້າ​ຜູ້ໃດ​ຫິວນ້ຳ​ໃຫ້​ມາ​ຫາ​ເຮົາ ແລະ ດື່ມ.


ພໍ​ຮຸ່ງເຊົ້າ​ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ອີກ, ບ່ອນ​ທີ່​ຄົນ​ທັງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ພຣະອົງ​ນັ່ງລົງ​ເພື່ອ​ສັ່ງສອນ​ພວກເຂົາ.


ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫລົ່ານີ້​ໃນ​ຂະນະ​ທີ່​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ໃກ້​ກັບ​ບ່ອນວາງ​ເຄື່ອງຖວາຍ. ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັບ​ພຣະອົງ, ເພາະ​ຍັງ​ບໍ່​ເຖິງ​ເວລາ​ຂອງ​ພຣະອົງ​ເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka