Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ແຕ່​ບໍ່​ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ​ຢ່າງ​ເປີດເຜີຍ​ເພາະ​ຢ້ານ​ພວກຜູ້ນຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ແຕ່​ບໍ່ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ​ຢ່າງ​ເປີດເຜີຍ ເພາະ​ຢ້ານ​ເຈົ້າໜ້າທີ່​ຢິວ.

Uka jalj uñjjattʼäta Copia luraña




ໂຢຮັນ 7:13
13 Jak'a apnaqawi uñst'ayäwi  

ຫລັງຈາກນັ້ນ ໂຢເຊັບ​ຊາວ​ອາຣີມາທາຍ​ໄດ້​ໄປ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ຈາກ​ປີລາດ. ໂຢເຊັບ​ເປັນ​ສາວົກ​ຂອງ​ພຣະເຢຊູເຈົ້າ​ແຕ່​ບໍ່​ກ້າ​ສະແດງ​ໂຕ​ເພາະ​ຢ້ານ​ພວກ​ຢິວ. ເມື່ອ​ປີລາດ​ອະນຸຍາດ​ແລ້ວ ລາວ​ກໍ​ມາ​ເອົາ​ສົບ​ຂອງ​ພຣະອົງ​ໄປ.


ຕອນຄ່ຳ​ຂອງ​ວັນ​ຕົ້ນ​ສັບປະດາ​ນັ້ນ, ເມື່ອ​ພວກສາວົກ​ມາ​ຢູ່​ນຳ​ກັນ ພວກເພິ່ນ​ອັດ​ປະຕູ​ໃສ່​ກະແຈ​ເພາະ​ຢ້ານ​ພວກ​ຢິວ, ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ. ແຕ່​ພຣະອົງ​ບໍ່​ຢາກ​ໄປ​ແຂວງ​ຢູດາຍ ເພາະ​ພວກຜູ້ນຳ​ຊາວຢິວ​ຢູ່​ທີ່​ນັ້ນ​ກຳລັງ​ຊອກຫາ​ວິທີ​ທີ່​ຈະ​ຂ້າ​ພຣະອົງ.


ບັດນີ້ ຢູ່​ທີ່​ງານ​ເທດສະການ​ພວກຜູ້ນຳ​ຊາວຢິວ​ໄດ້​ແນມ​ຫາ​ພຣະອົງ ແລະ ຖາມ​ວ່າ, “ຄົນ​ນັ້ນ​ຢູ່ໃສ?”


ພວກ​ຢິວ​ຢູ່​ທີ່​ນັ້ນ​ກໍ​ປະຫລາດໃຈ ແລະ ໄດ້​ຖາມ​ວ່າ, “ຄົນ​ນີ້​ໄດ້​ຄວາມຮູ້​ຢ່າງ​ນີ້​ມາ​ໄດ້​ແນວໃດ ໃນ​ເມື່ອ​ລາວ​ບໍ່​ໄດ້​ຮຽນ​ມາ?”


ພໍ່​ແມ່​ຂອງ​ລາວ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ຢ້ານ​ພວກຜູ້ນຳ​ຂອງ​ຢິວ ເພາະ​ພວກເຂົາ​ໄດ້​ຕົກລົງ​ກັນ​ໄວ້​ແລ້ວ​ວ່າ​ຖ້າ​ຜູ້ໃດ​ຍອມຮັບ​ພຣະເຢຊູເຈົ້າ​ວ່າ​ເປັນ​ພຣະຄຣິດເຈົ້າ​ຈະ​ຕ້ອງ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ.


ພວກເຂົາ​ຕອບ​ໂຕ້​ລາວ​ວ່າ, “ເຈົ້າ​ຕົກ​ຢູ່​ໃນ​ຄວາມບາບ​ມາ​ຕັ້ງແຕ່​ເກີດ; ເຈົ້າ​ກ້າ​ມາ​ສັ່ງສອນ​ພວກເຮົາ​ໄດ້​ຢ່າງໃດ!” ແລ້ວ​ພວກເຂົາ​ກໍ​ໄລ່​ລາວ​ອອກໄປ.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka