Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 6:9 - ພຣະຄຳພີລາວສະບັບສະໄໝໃໝ່

9 “ເດັກນ້ອຍ​ຄົນ​ໜຶ່ງ​ຢູ່​ທີ່​ນີ້​ມີ​ເຂົ້າຈີ່​ຫ້າ​ກ້ອນ​ທີ່​ເຮັດ​ດ້ວຍ​ເຂົ້າບາເລ ແລະ ປາ​ນ້ອຍ​ສອງ​ໂຕ, ແຕ່​ຈະ​ພຽງພໍ​ໄດ້​ຢ່າງໃດ​ກັບ​ຄົນ​ຫລວງຫລາຍ​ເຊັ່ນ​ນີ້?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 “ຢູ່​ທີ່​ນີ້​ມີ​ເດັກນ້ອຍ​ຄົນ​ໜຶ່ງ ທີ່​ມີ​ເຂົ້າຈີ່​ຫ້າ​ກ້ອນ​ເຮັດ​ດ້ວຍ​ແປ້ງເຂົ້າ​ຝ້າງ ແລະ ປາ​ສອງ​ໂຕ, ແຕ່​ຈະ​ບໍ່​ພໍ​ສຳລັບ​ຄົນ​ເຫຼົ່ານີ້​ທັງໝົດ​ດອກ.”

Uka jalj uñjjattʼäta Copia luraña




ໂຢຮັນ 6:9
24 Jak'a apnaqawi uñst'ayäwi  

ພວກເພິ່ນ​ຕອບ​ວ່າ, “ພວກຂ້ານ້ອຍ​ມີ​ພຽງ​ແຕ່​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ”.


ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ບໍ? ພວກເຈົ້າ​ບໍ່​ຈື່​ເລື່ອງ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຄົນ​ຫ້າພັນ​ຄົນ ແລ້ວ​ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄດ້​ຈັກ​ກະບຸງ​ບໍ?


ພຣະອົງ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ? ຈົ່ງ​ໄປ​ເບິ່ງ​ແມ”. ເມື່ອ​ພວກເພິ່ນ​ໄປ​ຊອກ​ເບິ່ງ​ແລ້ວ ກໍ​ມາ​ບອກ​ພຣະເຢຊູເຈົ້າ​ວ່າ, “ມີ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ”.


ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຄົນ​ຫ້າພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ສິບສອງ​ກະບຸງ”.


ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”. ພວກເພິ່ນ​ຕອບ​ວ່າ, “ພວກຂ້ານ້ອຍ​ມີ​ພຽງ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ເທົ່ານັ້ນ ນອກຈາກ​ວ່າ​ພວກຂ້ານ້ອຍ​ຈະ​ໄປ​ຊື້​ອາຫານ​ມາ​ໃຫ້​ປະຊາຊົນ​ທັງໝົດ​ນີ້”.


ມາທາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ຈະ​ບໍ່​ຕາຍ.


ເມື່ອ​ມາຣີ​ມາ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ ໄດ້​ເຫັນ​ພຣະອົງ, ນາງ​ກໍ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ກໍ​ຄົງ​ບໍ່​ຕາຍ”.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ເອົາ​ປາ​ບາງໂຕ​ທີ່​ພວກເຈົ້າ​ຫາ​ກໍ​ຈັບ​ໄດ້​ມາ​ນໍາ”.


ພຣະເຢຊູເຈົ້າ​ມາ​ຈັບ​ເອົາ​ເຂົ້າຈີ່ ແລະ ຍື່ນ​ໃຫ້​ພວກເພິ່ນ, ພຣະອົງ​ຈັບ​ເອົາ​ປາ ແລະ ເຮັດ​ຢ່າງ​ດຽວ​ກັນ.


ເມື່ອ​ພວກເພິ່ນ​ຂຶ້ນ​ເຖິງ​ຝັ່ງ​ແລ້ວ​ພວກເພິ່ນ​ກໍ​ເຫັນ​ຖ່ານໄຟ​ລຸກ​ຢູ່ ພ້ອມທັງ​ມີ​ປາ​ປິ້ງ​ຢູ່​ທາງ​ເທິງ​ຖ່ານໄຟ​ນັ້ນ ແລະ ມີ​ເຂົ້າຈີ່​ຈຳນວນ​ໜຶ່ງ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ນັ້ນ​ມາ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ຈຶ່ງ​ແຈກຢາຍ​ໃຫ້​ແກ່​ຜູ້​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ໃຫ້​ຫລາຍ​ຕາມ​ທີ່​ພວກເຂົາ​ຕ້ອງການ. ພຣະອົງ​ຈັບ​ເອົາ​ປາ​ມາ​ເຮັດ​ຢ່າງ​ດຽວ​ກັນ.


ຟີລິບ​ຕອບ​ພຣະອົງ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ​ເພື່ອ​ພໍ​ຊື້​ເຂົ້າຈີ່​ໃຫ້​ຄົນ​ເຫລົ່ານີ້​ກິນ​ຄົນ​ລະ​ຄຳ!”


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເບິ່ງ​ຄື​ວ່າ​ດັງ​ຂຶ້ນ​ມາ​ຈາກ​ທ່າມກາງ​ສິ່ງທີ່ມີຊີວິດ​ທັງ​ສີ່​ວ່າ, “ເຂົ້າຫວີດ​ສອງ​ພາວ​ຕໍ່​ແຮງງານ​ມື້​ໜຶ່ງ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ ເຂົ້າບາເລ​ຫົກ​ພາວ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ ຢ່າ​ເຮັດ​ໃຫ້​ນ້ຳມັນ ແລະ ເຫລົ້າອະງຸ່ນ​ເສຍຫາຍ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka