Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 6:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຟີລິບ​ຕອບ​ພຣະອົງ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ​ເພື່ອ​ພໍ​ຊື້​ເຂົ້າຈີ່​ໃຫ້​ຄົນ​ເຫລົ່ານີ້​ກິນ​ຄົນ​ລະ​ຄຳ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຟີລິບ​ຕອບ​ພຣະອົງ​ວ່າ, “ແມ່ນແຕ່​ເງິນ​ສອງຮ້ອຍ​ຫລຽນ ຊື້​ອາຫານ​ໃຫ້​ຄົນ​ເຫຼົ່ານີ້​ກິນ​ຜູ້​ລະ​ໜ້ອຍ​ກໍ​ຍັງ​ບໍ່​ພໍ.”

Uka jalj uñjjattʼäta Copia luraña




ໂຢຮັນ 6:7
10 Jak'a apnaqawi uñst'ayäwi  

“ຕໍ່ມາ ເມື່ອ​ຄົນຮັບໃຊ້​ຜູ້​ນີ້​ອອກ​ໄປ​ແລ້ວ ກໍ​ພົບ​ເພື່ອນ​ຄົນຮັບໃຊ້​ນຳ​ກັນ​ຄົນ​ໜຶ່ງ ເຊິ່ງ​ຕິດໜີ້​ຕົນ​ຢູ່​ໜຶ່ງຮ້ອຍ​ຫລຽນ​ເດນາຣິອົນ ລາວ​ຈຶ່ງ​ຄວ້າຈັບ​ຄໍ​ຄົນ​ນັ້ນ​ບີບ​ຈົນ​ແໜ້ນ ແລະ ເວົ້າ​ວ່າ, ‘ຈົ່ງ​ຈ່າຍ​ສິ່ງ​ທີ່​ເຈົ້າ​ເປັນ​ໜີ້​ຄືນ​ມາ!’


ແຕ່​ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ຈົ່ງ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”. ພວກສາວົກ​ຕອບ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ! ພວກເຮົາ​ຕ້ອງ​ໃຊ້​ເງິນ​ຫລາຍ​ຂະໜາດ​ນັ້ນ​ເພື່ອ​ໄປ​ຊື້​ອາຫານ​ມາ​ໃຫ້​ພວກເຂົາ​ກິນ​ບໍ?”


ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ໄປ​ແຂວງ​ຄາລີເລ, ພຣະອົງ​ໄດ້​ພົບ​ຟີລິບ ແລະ ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”.


ຟີລິບ​ເປັນ​ຄົນ​ມາ​ຈາກ​ເມືອງ​ເບັດຊາອີດາ​ເໝືອນ​ກັນ​ກັບ​ອັນເດອາ ແລະ ເປໂຕ.


ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.


ນະທານາເອັນ​ໄດ້​ຖາມ​ວ່າ, “ນາຊາເຣັດ! ຈະ​ມີ​ສິ່ງ​ດີ​ອັນໃດ​ມາ​ຈາກ​ທີ່​ນັ້ນ​ໄດ້​ບໍ?” ຟີລິບ​ຕອບວ່າ, “ມາ​ເບິ່ງ​ສາ”.


ນະທານາເອັນ​ຖາມ​ວ່າ, “ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງໃດ?” ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ເຫັນ​ເຈົ້າ​ຂະນະ​ທີ່​ເຈົ້າ​ຍັງ​ຢູ່​ກ້ອງ​ຕົ້ນໝາກເດື່ອ​ນັ້ນ ກ່ອນ​ທີ່​ຟີລິບ​ຈະ​ເອີ້ນ​ເຈົ້າ”.


“ເປັນຫຍັງ​ຈຶ່ງ​ບໍ່​ຂາຍ​ນ້ຳຫອມ​ນີ້ ແລະ ເອົາ​ເງິນ​ໄປ​ແຈກຢາຍ​ໃຫ້​ຄົນຍາກຈົນ? ນ້ຳຫອມ​ນີ້​ມີ​ມູນຄ່າ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka