Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 6:51 - ພຣະຄຳພີລາວສະບັບສະໄໝໃໝ່

51 ເຮົາ​ເປັນ​ອາຫານ ເຊິ່ງ​ໃຫ້​ຊີວິດ​ທີ່​ລົງ​ມາ​ຈາກ​ສະຫວັນ. ຜູ້ໃດ​ກໍ​ຕາມ​ໄດ້​ກິນ​ອາຫານ​ນີ້​ຈະ​ມີ​ຊີວິດ​ຢູ່​ຕະຫລອດໄປ. ອາຫານ​ນີ້​ແມ່ນ​ເນື້ອກາຍ​ຂອງ​ເຮົາ ເຊິ່ງ​ເຮົາ​ຈະ​ໃຫ້​ເພື່ອ​ໂລກ​ນີ້​ຈະ​ໄດ້​ມີ​ຊີວິດ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ຖ້າ​ຜູ້ໃດ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ຜູ້ນັ້ນ​ຈະ​ມີ​ຊີວິດ​ນິຣັນດອນ ແຕ່​ເຂົ້າ​ຈີ່​ທີ່​ເຮົາ​ຈະ​ໃຫ້​ນັ້ນ ແມ່ນ​ເນື້ອກາຍ​ຂອງເຮົາ​ເອງ ຊຶ່ງ​ເຮົາ​ໃຫ້​ເພື່ອ​ວ່າ​ໂລກ​ຈະ​ໄດ້​ມີ​ຊີວິດ​ຢູ່.”

Uka jalj uñjjattʼäta Copia luraña




ໂຢຮັນ 6:51
30 Jak'a apnaqawi uñst'ayäwi  

ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ແລະ ພຣະອົງ​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ຍື່ນ​ໃຫ້​ພວກເພິ່ນ ແລະ ກ່າວ​ວ່າ: “ນີ້​ຄື​ກາຍ​ຂອງ​ເຮົາ ເຊິ່ງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ, ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການ​ລະນຶກ​ເຖິງ​ເຮົາ”.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ຜູ້ໃດ​ກໍ​ຕາມ​ທີ່​ມີຊີວິດ​ຢູ່​ໂດຍ​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຕາຍ​ຈັກເທື່ອ. ເຈົ້າ​ເຊື່ອ​ຢ່າງ​ນີ້​ບໍ?”


ບໍ່​ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ​ເວັ້ນ​ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ຄື ບຸດມະນຸດ.


ໂມເຊ​ຍົກ​ງູ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ​ຢ່າງໃດ, ບຸດມະນຸດ​ກໍ​ຕ້ອງ​ຖືກ​ຍົກ​ຂຶ້ນ​ຢ່າງນັ້ນ,


ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະບຸດ​ກໍ​ມີຊີວິດ​ນິລັນດອນ, ແຕ່​ຜູ້ໃດ​ທີ່​ບໍ່​ຍອມຮັບ​ພຣະບຸດ​ກໍ​ຈະ​ບໍ່​ໄດ້​ຊີວິດ​ນິລັນດອນ, ເພາະ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຍັງ​ຢູ່​ກັບ​ພວກເຂົາ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ຟັງ​ຄຳ​ຂອງ​ເຮົາ ແລະ ເຊື່ອ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີຊີວິດ​ນິລັນດອນ ແລະ ຈະ​ບໍ່​ເຂົ້າ​ໃນ​ການພິພາກສາ, ແຕ່​ໄດ້​ຜ່ານພົ້ນ​ຈາກ​ຄວາມຕາຍ​ໄປ​ສູ່​ຊີວິດ​ແລ້ວ.


ເພາະ​ອາຫານ​ຈາກ​ພຣະເຈົ້າ​ແມ່ນ​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ ແລະ ໃຫ້​ຊີວິດ​ແກ່​ໂລກ”.


ແລ້ວ​ພຣະເຢຊູເຈົ້າ​ປະກາດ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ອາຫານ​ແຫ່ງ​ຊີວິດ. ຜູ້ໃດ​ກໍ​ຕາມ​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຫິວເຂົ້າ​ຈັກເທື່ອ ແລະ ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ບໍ່​ຫິວນ້ຳ​ຈັກເທື່ອ.


ແລ້ວ​ພວກ​ຢິວ​ຈຶ່ງ​ເລີ່ມ​ພາກັນ​ຈົ່ມ​ກ່ຽວກັບ​ພຣະອົງ​ເພາະ​ພຣະອົງ​ກ່າວ​ວ່າ, “ເຮົາ​ເປັນ​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ”.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ມີ​ຊີວິດ​ນິລັນດອນ.


ເຮົາ​ເປັນ​ອາຫານ​ແຫ່ງ​ຊີວິດ.


ແຕ່​ນີ້​ຄື​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ ເຊິ່ງ​ຄົນໃດ​ໄດ້​ກິນ​ແລ້ວ​ຈະ​ບໍ່​ຕາຍ.


ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ ແມ່ນ້ຳ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ມາ​ຈາກ​ພາຍໃນ​ພວກເຂົາ”.


ຄື​ພຣະເຈົ້າ​ໄດ້​ໃຫ້​ໂລກ​ຄືນດີ​ກັນ​ກັບ​ພຣະອົງ​ໃນ​ພຣະຄຣິດເຈົ້າ, ບໍ່​ຖື​ໂທດ​ບາບ​ຂອງ​ມະນຸດ. ແລະ ພຣະອົງ​ມອບໝາຍ​ຂໍ້ຄວາມ​ແຫ່ງ​ການຄືນດີ​ນີ້​ໄວ້​ກັບ​ພວກເຮົາ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງ​ຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດເຈົ້າ​ຮັກ​ຄຣິສຕະຈັກ ແລະ ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ຄຣິສຕະຈັກ


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ໂດຍ​ຫົນທາງ​ໃໝ່​ອັນ​ມີຊີວິດ​ທີ່​ເປີດ​ໃຫ້​ພວກເຮົາ​ຜ່ານທາງ​ຜ້າກັ້ງ​ຄື​ກາຍ​ຂອງ​ພຣະອົງ,


ຂະນະ​ທີ່​ພວກເຈົ້າ​ມາ​ຫາ​ພຣະອົງ​ຜູ້​ເປັນ​ສີລາ​ທີ່​ມີຊີວິດ ເຊິ່ງ​ມະນຸດ​ບໍ່ຍອມຮັບ​ແຕ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ແລະ ມີ​ຄ່າ​ສຳລັບ​ພຣະອົງ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.


ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka