Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 6:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ​ເພາະ​ພວກເຂົາ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະອົງ​ສະແດງ​ໂດຍ​ການຮັກສາ​ຄົນເຈັບປ່ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ປະຊາຊົນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ.

Uka jalj uñjjattʼäta Copia luraña




ໂຢຮັນ 6:2
19 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຮູ້​ກົນອຸບາຍ​ນີ້​ຈຶ່ງ​ອອກ​ໄປ​ຈາກ​ທີ່​ນັ້ນ. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ ພຣະອົງ​ໄດ້​ຮັກສາ​ທຸກຄົນ​ທີ່​ເຈັບປ່ວຍ​ໃຫ້​ດີ​ພະຍາດ.


ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ຢູ່​ໃນ​ເຮືອ, ສ່ວນ​ປະຊາຊົນ​ທັງໝົດ​ຢືນ​ຢູ່​ເທິງ​ຝັ່ງ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ ແລະ ຮັກສາ​ພະຍາດ​ຂອງ​ພວກເຂົາ​ໃຫ້​ຫາຍດີ.


ເມື່ອ​ພຣະເຢຊູເຈົ້າ​ລົງ​ມາ​ຈາກ​ພູ​ແລ້ວ, ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ມາ.


ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ແຕ່​ຫລາຍຄົນ​ໄດ້​ເຫັນ​ພວກເພິ່ນ​ອອກໄປ​ກໍ​ຈື່​ໄດ້​ທັນທີ ແລະ ພາກັນ​ແລ່ນ​ຈາກ​ເມືອງ​ຕ່າງໆ​ໄປ​ເຖິງ​ທີ່​ນັ້ນ​ລ່ວງໜ້າ​ກ່ອນ​ພວກເພິ່ນ.


ແລ້ວ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ເອີ້ນ​ປະຊຸມ​ສະພາ​ແຊນເຮດຣິນ. ພວກເຂົາ​ຖາມ​ກັນ​ວ່າ, “ພວກເຮົາ​ເຮັດ​ຫຍັງ​ໄດ້​ແດ່? ຊາຍ​ຄົນ​ນີ້​ກຳລັງ​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ.


ປະຊາຊົນ​ຈໍານວນ​ຫລວງຫລາຍ​ຈຶ່ງ​ພາກັນ​ອອກໄປ​ພົບ​ພຣະອົງ ເພາະ​ໄດ້​ຍິນ​ວ່າ​ພຣະອົງ​ສະແດງ​ໝາຍສຳຄັນ​ນີ້.


ເຖິງ​ແມ່ນ​ວ່າ​ພຣະເຢຊູເຈົ້າ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍ​ຕາມ, ພວກເຂົາ​ກໍ​ຍັງ​ບໍ່​ເຊື່ອ​ໃນ​ພຣະອົງ.


ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.


ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ເທດສະການ​ປັດສະຄາ​ນັ້ນ, ພຣະອົງ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ ມີ​ຄົນ​ຈໍານວນ​ຫລາຍ​ໄດ້​ເຫັນ ແລະ ໄດ້​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ເຮັດ​ໝາຍສຳຄັນ​ອື່ນ​ອີກ​ຫລາຍ​ປະການ​ຕໍ່ໜ້າ​ພວກສາວົກ​ຂອງ​ພຣະອົງ ເຊິ່ງ​ບໍ່​ໄດ້​ບັນທຶກ​ໄວ້​ໃນ​ພຣະຄຳພີ​ເຫລັ້ມ​ນີ້.


ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.


ຫລັງຈາກ​ທີ່​ປະຊາຊົນ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະເຢຊູເຈົ້າ​ໄດ້​ສະແດງ​ແລ້ວ, ພວກເຂົາ​ກໍ​ເລີ່ມ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ​ທີ່​ກຳນົດ​ວ່າ​ຈະ​ເຂົ້າ​ມາ​ໃນ​ໂລກ”.


ມື້​ຕໍ່ມາ​ປະຊາຊົນ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ນັ້ນ ເຫັນ​ວ່າ​ກ່ອນໜ້າ​ນັ້ນ​ມີ​ເຮືອ​ຢູ່​ທີ່​ນັ້ນ​ພຽງ​ແຕ່​ລຳ​ດຽວ, ແລະ ພຣະເຢຊູເຈົ້າ​ກໍ​ບໍ່​ໄດ້​ລົງ​ເຮືອ​ລຳ​ນັ້ນ​ໄປ​ກັບ​ພວກສາວົກ ມີ​ແຕ່​ພວກສາວົກ​ເທົ່ານັ້ນ​ໄປ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຊອກຫາ​ເຮົາ ບໍ່​ແມ່ນ​ເພາະ​ພວກເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ເຮົາ​ເຮັດ​ນັ້ນ ແຕ່​ເພາະ​ພວກເຈົ້າ​ໄດ້​ກິນ​ເຂົ້າຈີ່​ຈົນ​ອີ່ມ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ຈະ​ໃຫ້​ໝາຍສຳຄັນ​ອັນໃດ​ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ເຫັນ ແລະ ເຊື່ອ​ທ່ານ? ທ່ານ​ຈະ​ເຮັດຫຍັງ​ແດ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka