Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ເວລາ​ນ້ຳ​ເຟືອນ​ຂຶ້ນ​ບໍ່​ມີ​ຜູ້ໃດ​ຈະ​ຊ່ວຍ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນ້ຳ. ໃນຂະນະ​ທີ່​ຂ້ານ້ອຍ​ພະຍາຍາມ​ຈະ​ລົງ​ໄປ ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ແລ້ວ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ບໍ່ມີ​ຜູ້ໃດ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນໍ້າ​ຕອນ​ທີ່​ນໍ້າ​ເຟືອນ ແລະ​ເມື່ອ​ຂ້ານ້ອຍ​ກຳລັງ​ຈະ​ລົງ​ໄປ ຄົນອື່ນ​ກໍ​ລົງ​ໄປ​ກ່ອນ​ຂ້ານ້ອຍ​ແລ້ວ.”

Uka jalj uñjjattʼäta Copia luraña




ໂຢຮັນ 5:7
10 Jak'a apnaqawi uñst'ayäwi  

ໃນ​ນະຄອນ​ເຢຣູຊາເລັມ ໃກ້​ປະຕູ​ແກະ​ມີ​ສະນ້ຳ​ແຫ່ງ​ໜຶ່ງ​ເອີ້ນ​ຕາມ​ພາສາ​ອາຣາມິກ​ວ່າ​ເບັດສະທາ ແລະ ສະນໍ້າ​ນີ້​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່,


ຢູ່​ບ່ອນນີ້​ມີ​ຄົນພິການ​ຈໍານວນ​ຫລວງຫລາຍ​ນອນ​ຢູ່​ເຊັ່ນ ຄົນຕາບອດ, ຄົນຂາເສັ້ງ, ຄົນເປ້ຍ.


ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ລົງ​ມາ ແລະ ກວນ​ນ້ຳ​ເປັນ​ບາງຄັ້ງຄາວ. ໃນ​ແຕ່​ລະ​ເທື່ອ​ທີ່​ນ້ຳ​ເຟືອນ​ຄົນທຳອິດ​ທີ່​ລົງ​ໄປ​ໃນ​ສະນໍ້າ​ກໍ​ຈະ​ໄດ້​ຮັບ​ການປິ່ນປົວ​ຈາກ​ພະຍາດ​ຕ່າງໆ​ທີ່​ພວກເຂົາ​ເປັນ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ນອນ​ຢູ່​ໃນ​ທີ່​ນັ້ນ ແລະ ຮູ້​ວ່າ​ລາວ​ຕົກ​ຢູ່​ໃນ​ສະພາບ​ນີ້​ມາ​ດົນນານ​ແລ້ວ, ພຣະອົງ​ໄດ້​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ຈະ​ຫາຍດີ​ບໍ?”


ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.


ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ບໍ​ວ່າ​ໃນ​ການແຂ່ງຂັນ​ນັ້ນ ຜູ້​ແລ່ນ​ທຸກຄົນ​ກໍ​ແລ່ນ, ແຕ່​ມີ​ພຽງ​ຄົນ​ດຽວ​ທີ່​ໄດ້ຮັບ​ລາງວັນ? ດັ່ງນັ້ນ ຈົ່ງ​ແລ່ນ​ໃນ​ວິທີ​ທີ່​ຈະ​ໄດ້​ຮັບ​ລາງວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka