Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ເຈັບປ່ວຍ​ມາ​ໄດ້​ສາມສິບແປດ​ປີ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ໃນ​ທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ປ່ວຍ​ໄດ້​ສາມສິບແປດ​ປີ​ມາ​ແລ້ວ,

Uka jalj uñjjattʼäta Copia luraña




ໂຢຮັນ 5:5
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລາວ​ເປັນ​ຢ່າງ​ນີ້​ມາ​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງ​ແຕ່​ນ້ອຍ​ພຸ້ນ


ແລ້ວ​ຍິງ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ຖືກ​ມານຊາຕານ​ຜູກມັດ​ມາ​ຕະຫລອດ​ສິບແປດ​ປີ ບໍ່​ສົມຄວນ​ບໍ​ທີ່​ຈະ​ປົດປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ​ໃນ​ວັນຊະບາໂຕ?”


ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ແຕ່​ບໍ່​ມີ​ຄົນໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍດີ​ໄດ້.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເບິ່ງແມ, ເຈົ້າ​ດີພະຍາດ​ແລ້ວ ຢ່າ​ສູ່​ເຮັດບາບ​ອີກ​ຕໍ່​ໄປ ບໍ່​ດັ່ງນັ້ນ​ສິ່ງຊົ່ວຮ້າຍ​ກວ່າ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ”.


ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ລົງ​ມາ ແລະ ກວນ​ນ້ຳ​ເປັນ​ບາງຄັ້ງຄາວ. ໃນ​ແຕ່​ລະ​ເທື່ອ​ທີ່​ນ້ຳ​ເຟືອນ​ຄົນທຳອິດ​ທີ່​ລົງ​ໄປ​ໃນ​ສະນໍ້າ​ກໍ​ຈະ​ໄດ້​ຮັບ​ການປິ່ນປົວ​ຈາກ​ພະຍາດ​ຕ່າງໆ​ທີ່​ພວກເຂົາ​ເປັນ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ນອນ​ຢູ່​ໃນ​ທີ່​ນັ້ນ ແລະ ຮູ້​ວ່າ​ລາວ​ຕົກ​ຢູ່​ໃນ​ສະພາບ​ນີ້​ມາ​ດົນນານ​ແລ້ວ, ພຣະອົງ​ໄດ້​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ຈະ​ຫາຍດີ​ບໍ?”


ຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.


ແຕ່​ພວກຂ້ານ້ອຍ​ບໍ່​ຮູ້​ວ່າ ດຽວນີ້​ລາວ​ເຫັນຮຸ່ງ​ໄດ້​ແນວໃດ ຫລື ຜູ້ໃດ​ຮັກສາ​ຕາ​ຂອງ​ລາວ​ໃຫ້​ເຊົາ​ບອດ. ຈົ່ງ​ຖາມ​ລາວ​ສາ. ລາວ​ເປັນ​ຜູ້ໃຫຍ່​ແລ້ວ ລາວ​ເວົ້າ​ເອງ​ໄດ້”.


ທີ່​ເມືອງ​ລີສະຕຣາ ມີ​ຊາຍ​ພິການ​ຄົນ​ໜຶ່ງ​ນັ່ງ​ຢູ່​ທີ່​ນັ້ນ. ລາວ​ເປັນ​ເປ້ຍ​ມາ​ຕັ້ງແຕ່​ເກີດ ແລະ ບໍ່​ເຄີຍ​ຍ່າງ​ຈັກເທື່ອ.


ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.


ເພາະ​ຊາຍ​ຄົນ​ທີ່​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ​ຢ່າງ​ອັດສະຈັນ​ນັ້ນ​ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.


ໃນ​ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໄອເນ, ຜູ້​ທີ່​ເປັນ​ອຳມະພາດ ແລະ ນອນ​ຢູ່​ກັບ​ຕຽງ​ມາ​ໄດ້​ແປດ​ປີ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka