Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:44 - ພຣະຄຳພີລາວສະບັບສະໄໝໃໝ່

44 ພວກເຈົ້າ​ສາມາດ​ເຊື່ອ​ໄດ້​ຢ່າງໃດ ຖ້າ​ຫາກ​ພວກເຈົ້າ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ ແຕ່​ບໍ່​ໄດ້​ຊອກຫາ​ກຽດຕິຍົດ​ຈາກ​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ແຕ່​ພຽງ​ອົງ​ດຽວ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

44 ແລ້ວ​ເຈົ້າ​ທັງຫລາຍ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ມັກ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ, ແຕ່​ບໍ່​ຊອກຫາ​ກຽດຕິຍົດ​ຈາກ​ຜູ້​ທີ່​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ,

Uka jalj uñjjattʼäta Copia luraña




ໂຢຮັນ 5:44
26 Jak'a apnaqawi uñst'ayäwi  

“ພວກເຂົາ​ເຮັດ​ທຸກສິ່ງ​ເພື່ອ​ໃຫ້​ຄົນ​ເຫັນ ພວກເຂົາ​ເຮັດ​ແອບໜັງ​ທີ່​ບັນຈຸ​ຂໍ້ພຣະຄຳພີ​ຂະໜາດ​ໃຫຍ່ ແລະ ຂອບ​ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ເຮັດ​ຍອຍ​ຍາວ​ອອກໄປ.


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ​ຂອງ​ເຮົາ! ເພາະ​ເຈົ້າ​ສັດຊື່​ໄວ້​ໃຈ​ໄດ້​ໃນ​ສິ່ງ​ເລັກນ້ອຍ, ຈົ່ງ​ປົກຄອງ​ສິບ​ຫົວເມືອງ’.


ດ້ວຍວ່າ ພວກເຂົາ​ຮັກ​ການຍ້ອງຍໍ​ຈາກ​ມະນຸດ​ຫລາຍກວ່າ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ.


ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.


ທຸກຄົນ​ທີ່​ເຮັດ​ຊົ່ວ​ກໍ​ກຽດຊັງ​ຄວາມສະຫວ່າງ ແລະ ຈະ​ບໍ່​ເຂົ້າ​ມາ​ໃນ​ຄວາມສະຫວ່າງ​ເພາະ​ຢ້ານ​ວ່າ​ການກະທຳ​ຂອງ​ຕົນ​ຈະ​ຖືກ​ເປີດເຜີຍ.


“ເຮົາ​ບໍ່​ຮັບ​ເອົາ​ກຽດຕິຍົດ​ຈາກ​ການ​ເປັນ​ມະນຸດ,


ເປັນຫຍັງ​ພາສາ​ຂອງ​ເຮົາ​ບໍ່​ຊັດເຈນ​ຕໍ່​ພວກເຈົ້າ​ບໍ? ເພາະ​ພວກເຈົ້າ​ບໍ່​ສາມາດ​ໄດ້​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ.


ແຕ່​ສະຫງ່າລາສີ, ກຽດຕິຍົດ ແລະ ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ.


ແຕ່​ຄົນຢິວ​ແທ້​ຄື​ຄົນ​ທີ່​ເປັນ​ຢິວ​ພາຍໃນ ແລະ ການ​ຮັບພິທີຕັດ​ແທ້​ນັ້ນ​ຄື ການ​ຮັບພິທີຕັດ​ທາງ​ຈິດໃຈ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ບໍ່​ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ ຄົນ​ຢ່າງນັ້ນ​ຮັບ​ຄຳສັນລະເສີນ​ຈາກ​ພຣະເຈົ້າ​ບໍ່​ແມ່ນ​ຈາກ​ມະນຸດ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ເພາະ​ບໍ່​ແມ່ນ​ຜູ້ທີ່​ຍົກຍ້ອງ​ຕົນ​ເອງ​ທີ່​ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຮັບຮອງ, ແຕ່​ແມ່ນ​ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຍົກຍ້ອງ.


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ພວກເຮົາ​ບໍ່​ໄດ້​ຊອກຫາ​ຄຳຍ້ອງຍໍ​ຈາກ​ມະນຸດ, ບໍ່​ວ່າ​ຈາກ​ພວກເຈົ້າ ຫລື ຈາກ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ໃນ​ຖານະ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ ພວກເຮົາ​ສາມາດ​ໃຊ້​ສິດອຳນາດ​ຂອງ​ພວກເຮົາ​ໄດ້​ກໍ​ຕາມ.


ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.


ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຮົາ​ຈະ​ຕ້ອງ​ບໍ່​ລຳອຽງ.


ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ.


ຄື​ແດ່​ພຣະເຈົ້າ​ອົງ​ດຽວ​ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ. ຂໍ​ໃຫ້​ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງ​ມີ​ແກ່​ພຣະອົງ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ທຸກ​ຍຸກ​ທັງ​ໃນ​ອະດີດ, ປັດຈຸບັນ ແລະ ສືບໆ​ໄປ​ເປັນນິດ! ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka