Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:41 - ພຣະຄຳພີລາວສະບັບສະໄໝໃໝ່

41 “ເຮົາ​ບໍ່​ຮັບ​ເອົາ​ກຽດຕິຍົດ​ຈາກ​ການ​ເປັນ​ມະນຸດ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 “ເຮົາ​ບໍ່​ຕ້ອງການ​ຮັບ​ເອົາ​ກຽດຕິຍົດ ຄຳ​ຊົມເຊີຍ​ຈາກ​ມະນຸດ.

Uka jalj uñjjattʼäta Copia luraña




ໂຢຮັນ 5:41
12 Jak'a apnaqawi uñst'ayäwi  

ດ້ວຍວ່າ ພວກເຂົາ​ຮັກ​ການຍ້ອງຍໍ​ຈາກ​ມະນຸດ​ຫລາຍກວ່າ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ.


ບໍ່​ແມ່ນ​ວ່າ​ເຮົາ​ຍອມ​ຮັບ​ຄຳພະຍານ​ຂອງ​ມະນຸດ ແຕ່​ເຮົາ​ເວົ້າ​ເຖິງ​ເລື່ອງ​ນີ້​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ພົ້ນ.


ແຕ່​ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີວິດ.


ແຕ່​ເຮົາ​ຮູ້ຈັກ​ພວກເຈົ້າ, ເຮົາ​ຮູ້​ວ່າ​ພວກເຈົ້າ​ບໍ່​ໄດ້​ມີ​ຄວາມຮັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ.


ພວກເຈົ້າ​ສາມາດ​ເຊື່ອ​ໄດ້​ຢ່າງໃດ ຖ້າ​ຫາກ​ພວກເຈົ້າ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ ແຕ່​ບໍ່​ໄດ້​ຊອກຫາ​ກຽດຕິຍົດ​ຈາກ​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ແຕ່​ພຽງ​ອົງ​ດຽວ?


ພຣະເຢຊູເຈົ້າ​ຮູ້ຈັກ​ວ່າ​ພວກເຂົາ​ຕັ້ງໃຈ​ຈະ​ມາ​ໃຊ້​ກຳລັງ​ບັງຄັບ​ໃຫ້​ເອົາ​ພຣະອົງ​ຂຶ້ນ​ເປັນ​ກະສັດ, ພຣະອົງ​ຈຶ່ງ​ຂຶ້ນ​ໄປ​ເທິງ​ພູ​ອີກ​ແຕ່​ຜູ້​ດຽວ.


ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ເອົາ​ເອງ​ກໍ​ເວົ້າ​ເພື່ອ​ຫາ​ກຽດ​ໃສ່​ຕົນເອງ ແຕ່​ຜູ້​ທີ່​ສະແຫວງຫາ​ກຽດ​ຂອງ​ພຣະອົງ​ຜູ້​ໃຊ້​ຕົນ​ມາ​ກໍ​ເປັນ​ຄົນ​ຂອງ​ຄວາມ​ຈິງ; ໃນ​ໂຕ​ຜູ້​ນັ້ນ​ບໍ່​ມີ​ຄວາມຕົວະ​ເລີຍ.


ເຮົາ​ບໍ່​ໄດ້​ສະແຫວງຫາ​ກຽດ​ສຳລັບ​ຕົນເອງ ແຕ່​ມີ​ຜູ້​ໜຶ່ງ​ຊອກຫາ​ໃຫ້​ເຮົາ ແລະ ພຣະອົງ​ເປັນ​ຜູ້​ຕັດສິນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຍົກຍ້ອງ​ໃຫ້​ກຽດ​ແກ່​ເຮົາ​ເອງ, ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມໝາຍ. ພຣະບິດາເຈົ້າ​ຂອງ​ເຮົາ​ຄື​ຜູ້​ທີ່​ພວກເຈົ້າ​ບອກ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ຜູ້​ທີ່​ຍົກຍ້ອງ​ໃຫ້​ກຽດ​ເຮົາ.


ພວກເຮົາ​ບໍ່​ໄດ້​ຊອກຫາ​ຄຳຍ້ອງຍໍ​ຈາກ​ມະນຸດ, ບໍ່​ວ່າ​ຈາກ​ພວກເຈົ້າ ຫລື ຈາກ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ໃນ​ຖານະ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ ພວກເຮົາ​ສາມາດ​ໃຊ້​ສິດອຳນາດ​ຂອງ​ພວກເຮົາ​ໄດ້​ກໍ​ຕາມ.


ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.


ພຣະອົງ​ໄດ້​ຮັບ​ກຽດ ແລະ ສະຫງ່າລາສີ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ເມື່ອ​ມີ​ສຽງ​ຈາກ​ອົງ​ຜູ້​ມີ​ສະຫງ່າລາສີ​ຍິ່ງ​ໃຫຍ່​ສູງສຸດ​ຂອງ​ພຣະອົງ, ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ, ເຮົາ​ພໍໃຈ​ເພິ່ນ​ຫລາຍ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka