Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ລົງ​ມາ ແລະ ກວນ​ນ້ຳ​ເປັນ​ບາງຄັ້ງຄາວ. ໃນ​ແຕ່​ລະ​ເທື່ອ​ທີ່​ນ້ຳ​ເຟືອນ​ຄົນທຳອິດ​ທີ່​ລົງ​ໄປ​ໃນ​ສະນໍ້າ​ກໍ​ຈະ​ໄດ້​ຮັບ​ການປິ່ນປົວ​ຈາກ​ພະຍາດ​ຕ່າງໆ​ທີ່​ພວກເຂົາ​ເປັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ພວກເຂົາ​ລໍ​ຖ້າ​ນໍ້າ​ເຟືອນ. ດ້ວຍວ່າ, ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ລົງ​ມາ​ກວນ​ນໍ້າ​ໃນ​ສະ​ນັ້ນ​ເປັນ​ຍາມ ແລະ​ເມື່ອ​ນໍ້າ​ເຟືອນ ຜູ້ໃດ​ລົງ​ໄປ​ໃນ​ນໍ້າ​ກ່ອນ ຜູ້ນັ້ນ​ກໍ​ຫາຍ​ດີ​ຈາກ​ພະຍາດ​ທີ່​ຕົນ​ເປັນ​ຢູ່.

Uka jalj uñjjattʼäta Copia luraña




ໂຢຮັນ 5:4
18 Jak'a apnaqawi uñst'ayäwi  

ຕັ້ງ​ແຕ່​ສະໄໝ​ໂຢຮັນ​ບັບຕິສະໂຕ ຈົນເຖິງ​ທຸກ​ວັນ​ນີ້, ອານາຈັກ​ສະຫວັນ​ກໍ​ກຳລັງ​ຖືກ​ຍາດຊີງ​ເອົາ​ຢ່າງ​ຮຸນແຮງ ແລະ ຄົນ​ທີ່​ມີ​ໃຈຮຸນແຮງ​ກໍ​ເປັນ​ຜູ້​ຍາດຊີງ​ເອົາ​ໄດ້.


ແຕ່​ຈົ່ງ​ສະແຫວງຫາ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຄວາມຊອບທຳ​ຂອງ​ພຣະອົງ​ກ່ອນ, ແລ້ວ​ພຣະອົງ​ຈະ​ມອບ​ທຸກສິ່ງ​ເຫລົ່ານີ້​ໃຫ້​ແກ່​ພວກເຈົ້າ.


“ຈົ່ງ​ພະຍາຍາມ​ໃຫ້​ສຸດ​ຄວາມສາມາດ​ທີ່​ຈະ​ເຂົ້າ​ໄປ​ທາງ​ປະຕູ​ຄັບແຄບ, ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ພະຍາຍາມ​ຈະ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້.


“ກົດບັນຍັດ ແລະ ຄຳສອນ​ຂອງ​ຜູ້ທຳນວາຍ​ໄດ້​ຮັບ​ການ​ປະກາດ​ຕະຫລອດ​ມາ​ຈົນ​ເຖິງ​ສະໄໝ​ຂອງ​ໂຢຮັນ. ຕັ້ງແຕ່​ເວລາ​ນັ້ນ​ມາ ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໄດ້​ຖືກ​ປະກາດ​ໄປ ແລະ ທຸກຄົນ​ກໍ​ກຳລັງ​ຍາດ​ກັນ​ເຂົ້າ​ໄປ​ໃນ​ອານາຈັກ​ນັ້ນ.


ຢູ່​ບ່ອນນີ້​ມີ​ຄົນພິການ​ຈໍານວນ​ຫລວງຫລາຍ​ນອນ​ຢູ່​ເຊັ່ນ ຄົນຕາບອດ, ຄົນຂາເສັ້ງ, ຄົນເປ້ຍ.


ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ເຈັບປ່ວຍ​ມາ​ໄດ້​ສາມສິບແປດ​ປີ​ແລ້ວ.


ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ເວລາ​ນ້ຳ​ເຟືອນ​ຂຶ້ນ​ບໍ່​ມີ​ຜູ້ໃດ​ຈະ​ຊ່ວຍ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນ້ຳ. ໃນຂະນະ​ທີ່​ຂ້ານ້ອຍ​ພະຍາຍາມ​ຈະ​ລົງ​ໄປ ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ແລ້ວ”.


ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ແຕ່​ຖ້າ​ພວກເຮົາ​ເດີນ​ຢູ່​ໃນ​ຄວາມສະຫວ່າງ​ເໝືອນດັ່ງ​ພຣະອົງ​ຢູ່​ໃນ​ຄວາມສະຫວ່າງ, ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ດ້ວຍ​ກັນ ແລະ ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ​ກໍ​ຊຳລະ​ພວກເຮົາ​ຈາກ​ຄວາມບາບ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka