Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:34 - ພຣະຄຳພີລາວສະບັບສະໄໝໃໝ່

34 ບໍ່​ແມ່ນ​ວ່າ​ເຮົາ​ຍອມ​ຮັບ​ຄຳພະຍານ​ຂອງ​ມະນຸດ ແຕ່​ເຮົາ​ເວົ້າ​ເຖິງ​ເລື່ອງ​ນີ້​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ພົ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

34 ແຕ່​ຝ່າຍ​ເຮົາ, ເຮົາ​ບໍ່ໄດ້​ຮັບ​ຄຳ​ພະຍານ​ຈາກ​ມະນຸດ ເຮົາ​ເວົ້າ​ສິ່ງ​ເຫຼົ່ານີ້​ກໍ​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ລອດພົ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 5:34
16 Jak'a apnaqawi uñst'ayäwi  

“ເຢຣູຊາເລັມ ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ. ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ!


ດ້ວຍວ່າ ບຸດມະນຸດ​ໄດ້​ມາ​ເພື່ອ​ຊອກຫາ ແລະ ຊ່ວຍ​ຄົນ​ທີ່​ຫລົງ​ຫາຍ​ໃຫ້​ລອດພົ້ນ”.


ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


ແຕ່​ເລື່ອງ​ເຫລົ່ານີ້​ໄດ້​ບັນທຶກ​ໄວ້​ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ແລະ ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ມີ​ຜູ້​ໜຶ່ງ​ອີກ​ທີ່​ເປັນ​ພະຍານ​ໃຫ້​ເຮົາ ແລະ ເຮົາ​ຮູ້​ວ່າ​ຄຳພະຍານ​ຂອງ​ລາວ​ກ່ຽວກັບ​ເຮົາ​ເຊື່ອຖື​ໄດ້.


“ເຮົາ​ບໍ່​ຮັບ​ເອົາ​ກຽດຕິຍົດ​ຈາກ​ການ​ເປັນ​ມະນຸດ,


ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຍົກຍ້ອງ​ໃຫ້​ກຽດ​ແກ່​ເຮົາ​ເອງ, ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມໝາຍ. ພຣະບິດາເຈົ້າ​ຂອງ​ເຮົາ​ຄື​ຜູ້​ທີ່​ພວກເຈົ້າ​ບອກ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ຜູ້​ທີ່​ຍົກຍ້ອງ​ໃຫ້​ກຽດ​ເຮົາ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຄວາມປາຖະໜາ​ໃນ​ໃຈ ແລະ ຄຳອະທິຖານ​ຂອງ​ເຮົາ​ຕໍ່​ພຣະເຈົ້າ​ເພື່ອ​ຊົນຊາດ​ອິດສະຣາເອນ​ຄື ຂໍ​ໃຫ້​ພວກເຂົາ​ທັງຫລາຍ​ໄດ້​ຮັບ​ຄວາມພົ້ນ.


ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ໝົດ​ມື້ ໃຫ້​ແກ່​ຊົນຊາດ​ທີ່​ບໍ່​ເຊື່ອຟັງ ແລະ ດື້ດ້ານ”.


ຢ່າ​ໃຫ້​ຄວາມ​ຊົ່ວ​ໄດ້​ຊະນະ​ເຈົ້າ ແຕ່​ຈົ່ງ​ຊະນະ​ຄວາມຊົ່ວ​ດ້ວຍ​ຄວາມດີ.


ຖ້າ​ມີ​ບາງຄົນ​ບໍ່ສັດຊື່ ແລ້ວ​ຈະ​ເປັນ​ຢ່າງ​ໃດ? ຄວາມບໍ່ສັດຊື່​ຂອງ​ພວກເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ບໍ?


ຕໍ່​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເຮົາ​ກໍ​ເປັນ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເພື່ອ​ຈະ​ຊະນະ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ. ເຮົາ​ໄດ້​ກາຍ​ເປັນ​ທຸກ​ສິ່ງ​ແກ່​ຄົນ​ທັງປວງ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ​ໂດຍ​ທຸກ​ວິທີທາງ​ທີ່​ເປັນໄປໄດ້.


ຈົ່ງ​ເອົາໃຈໃສ່​ເບິ່ງແຍງ​ຊີວິດ ແລະ ຄຳສອນ​ຂອງ​ເຈົ້າ​ຢ່າງ​ໃກ້ຊິດ. ຈົ່ງ​ບາກບັ່ນ​ໃນ​ສິ່ງ​ເຫລົ່ານີ້, ເພາະ​ຖ້າ​ເຮັດ​ເຊັ່ນ​ນັ້ນ​ແລ້ວ, ເຈົ້າ​ຈະ​ຊ່ວຍ​ທັງ​ຕົນເອງ ແລະ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ​ໄດ້.


ພວກເຮົາ​ຮັບ​ຄຳພະຍານ​ຂອງ​ມະນຸດ, ແຕ່​ຄຳພະຍານ​ຂອງ​ພຣະເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ເພາະວ່າ​ເປັນ​ຄຳພະຍານ​ຂອງ​ພຣະເຈົ້າ, ເຊິ່ງ​ພຣະອົງ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka