Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ດັ່ງນັ້ນ ພວກ​ຢິວ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຫາຍດີ​ພະຍາດ​ນັ້ນ​ວ່າ, “ນີ້​ເປັນ​ວັນຊະບາໂຕ ກົດບັນຍັດ​ຫ້າມ​ບໍ່​ໃຫ້​ເຈົ້າ​ແບກ​ບ່ອນນອນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ດັ່ງນັ້ນ ເຈົ້າໜ້າທີ່​ຢິວ​ຈຶ່ງ​ເວົ້າ​ກັບ​ຊາຍ​ທີ່​ດີ​ພະຍາດ​ນັ້ນ​ວ່າ, “ວັນ​ນີ້​ເປັນ​ວັນ​ຊະບາໂຕ ການ​ທີ່​ເຈົ້າ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ​ອອກ​ໄປ​ນັ້ນ ເປັນ​ການ​ຜິດ​ກົດບັນຍັດ.”

Uka jalj uñjjattʼäta Copia luraña




ໂຢຮັນ 5:10
19 Jak'a apnaqawi uñst'ayäwi  

ແລະ ຢູ່​ທີ່​ນັ້ນ​ມີ​ຊາຍ​ມືລີບ​ຄົນ​ໜຶ່ງ. ພວກເຂົາ​ຊອກຫາ​ສາເຫດ​ທີ່​ຈະ​ຈັບຜິດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ການ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ​ເປັນ​ການ​ຖືກຕ້ອງ​ຕໍ່​ກົດບັນຍັດ​ບໍ?”


ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ, ເປັນຫຍັງ​ພວກເຂົາ​ຈຶ່ງ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ?”


ແລ້ວ​ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ວ່າ, “ອັນ​ໃດ​ທີ່​ຖືກຕ້ອງ​ຕາມ​ກົດບັນຍັດ​ໃນ​ວັນຊະບາໂຕ ຈະ​ເຮັດ​ດີ ຫລື ເຮັດ​ຊົ່ວ, ຈະ​ຊ່ວຍ​ຊີວິດ ຫລື ທຳລາຍ​ຊີວິດ?” ແຕ່​ພວກເຂົາ​ໄດ້​ມິດ​ຢູ່.


ຫົວໜ້າ​ທຳມະສາລາ​ບໍ່​ພໍໃຈ​ທີ່​ພຣະເຢຊູເຈົ້າ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ ຈຶ່ງ​ກ່າວ​ກັບ​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ໃຫ້​ເຮັດ​ວຽກງານ. ດັ່ງນັ້ນ ຈົ່ງ​ມາ​ຮັບ​ການຮັກສາ​ໃນ​ວັນ​ເຫລົ່ານັ້ນ ບໍ່​ແມ່ນ​ໃນ​ວັນຊະບາໂຕ”.


ຫລັງຈາກນັ້ນ ພວກເຂົາ​ກໍ​ກັບ​ຄືນ​ເມືອ​ເຮືອນ ແລະ ໄປ​ຈັດຕຽມ​ເຄື່ອງຫອມ​ກັບ​ນ້ຳມັນຫອມ. ແຕ່​ພວກເຂົາ​ຕ້ອງ​ໄດ້​ຢຸດພັກ​ໃນ​ວັນຊະບາໂຕ ເພາະ​ເປັນ​ການເຊື່ອຟັງ​ພຣະບັນຍັດ.


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ?”


ນີ້​ແມ່ນ​ຄຳພະຍານ​ຂອງ​ໂຢຮັນ ເມື່ອ​ພວກເຈົ້າໜ້າທີ່​ຊາວຢິວ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ໃຊ້​ບັນດາ​ປະໂລຫິດ ແລະ ພວກ​ເລວີ​ມາ​ຖາມ​ເພິ່ນ​ວ່າ​ທ່ານ​ແມ່ນ​ຜູ້ໃດ.


ແຕ່​ລາວ​ຕອບ​ວ່າ, “ຜູ້​ທີ່​ຮັກສາ​ຂ້ານ້ອຍ​ໃຫ້​ດີພະຍາດ​ໄດ້​ບອກ​ຂ້ານ້ອຍ​ວ່າ, ‘ຈົ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ’”.


ຊາຍ​ຄົນ​ນັ້ນ​ກໍ​ໄປ ແລະ ບອກ​ພວກ​ຢິວ​ວ່າ ແມ່ນ​ພຣະເຢຊູເຈົ້າ​ທີ່​ໄດ້​ເຮັດ​ໃຫ້​ຕົນ​ດີພະຍາດ.


ດັ່ງນັ້ນ, ເພາະ​ພຣະເຢຊູເຈົ້າ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ໃນ​ວັນ​ຊະບາໂຕ ພວກຜູ້ນຳ​ຢິວ​ຈຶ່ງ​ເລີ່ມ​ຂົ່ມເຫັງ​ພຣະອົງ.


ບັດນີ້ ຖ້າ​ເດັກນ້ອຍ​ຜູ້ຊາຍ​ຍັງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ບໍ່​ໃຫ້​ກົດບັນຍັດ​ຂອງ​ໂມເຊ​ຖືກ​ລະເມີດ, ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຈຮ້າຍ​ໃຫ້​ເຮົາ​ທີ່​ໄດ້​ຮັກສາ​ທົ່ວ​ທັງ​ຮ່າງກາຍ​ຂອງ​ມະນຸດ​ໃນ​ວັນ​ຊະບາໂຕ?


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່​ຖືຮັກສາ​ວັນ​ຊະບາໂຕ”. ແຕ່​ຄົນ​ອື່ນ​ກໍ​ຖາມວ່າ, “ຄົນບາບ​ຈະ​ສະແດງ​ໝາຍສຳຄັນ​ຢ່າງ​ນີ້​ໄດ້​ແນວໃດ?” ດັ່ງນັ້ນ ພວກເຂົາ​ຈຶ່ງ​ແຕກແຍກກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka