Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຍິງ​ຊາວ​ຊາມາເຣຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ເປັນ​ຄົນຢິວ ສ່ວນ​ຂ້ານ້ອຍ​ເປັນ​ຍິງ​ຊາວ​ຊາມາເຣຍ. ດ້ວຍ​ເຫດໃດ​ທ່ານ​ຈຶ່ງ​ມາ​ຂໍ​ດື່ມນ້ຳ​ຈາກ​ຂ້ານ້ອຍ?” (ເພາະ​ຊາວ​ຢິວ​ບໍ່​ຄົບຄ້າສະມາຄົມ​ກັບ​ຊາວ​ຊາມາເຣຍ.)

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຍິງ​ຊາວ​ຊາມາເຣຍ​ຕອບ​ພຣະອົງ​ວ່າ, “ດ້ວຍເຫດໃດ​ທ່ານ​ຜູ້​ເປັນ​ຄົນ​ຢິວ ຈຶ່ງ​ຂໍ​ດື່ມ​ນໍ້າ​ຈາກ​ຂ້ານ້ອຍ ທີ່​ເປັນ​ຄົນ​ຊາມາເຣຍ?” (ຊາວ​ຢິວ ແລະ ຊາວ​ຊາມາເຣຍ​ບໍ່ມີ​ສ່ວນ​ກ່ຽວ​ຂ້ອງ​ກັນ).

Uka jalj uñjjattʼäta Copia luraña




ໂຢຮັນ 4:9
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໃຊ້​ສິບສອງ​ຄົນ​ນີ້​ອອກໄປ​ພ້ອມ​ກັບ​ໃຫ້​ຄຳແນະນໍາ​ດັ່ງນີ້: “ຢ່າ​ໄປ​ໃນ​ທ່າມກາງ​ຄົນຕ່າງຊາດ ຫລື ຢ່າ​ເຂົ້າໄປ​ໃນ​ເມືອງ​ໃດ​ຂອງ​ຊາວຊາມາເຣຍ.


ແຕ່​ມີ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ​ເດີນທາງ​ມາ​ເຖິງ​ບ່ອນ​ທີ່​ຊາຍ​ຄົນ​ນັ້ນ​ຢູ່, ເມື່ອ​ຊາວ​ຊາມາເຣຍ​ຄົນ​ນັ້ນ​ເຫັນ​ລາວ​ແລ້ວ​ກໍ​ສົງສານ​ລາວ.


ໃນຂະນະ​ນັ້ນ ພວກສາວົກ​ຂອງ​ພຣະອົງ​ກໍ​ກັບ​ມາ​ຮອດ ແລະ ພາກັນ​ປະຫລາດໃຈ​ທີ່​ເຫັນ​ພຣະອົງ​ກຳລັງ​ສົນທະນາ​ຢູ່​ກັບ​ແມ່ຍິງ ແຕ່​ບໍ່​ມີ​ຜູ້ໃດ​ຖາມ​ວ່າ, “ພຣະອົງ​ຕ້ອງການ​ຫຍັງ?” ຫລື “ເປັນຫຍັງ​ພຣະອົງ​ຈຶ່ງ​ສົນທະນາ​ກັບ​ນາງ?”


ພວກ​ຢິວ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ ມີ​ຜີມານຮ້າຍ​ສິງ​ຢູ່?”


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.


ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ. ເພິ່ນ​ເປັນ​ແຂກ​ພັກອາໄສ​ຢູ່​ທີ່​ເຮືອນ​ຂອງ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ’.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka