Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເມື່ອ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ​ໄດ້​ມາ​ຕັກ​ນ້ຳ ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຂໍ​ນໍ້າ​ໃຫ້​ເຮົາ​ດື່ມ​ແດ່​ໄດ້​ບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ມີ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ ໄດ້​ມາ​ຕັກ​ນໍ້າ​ໃນ​ສ້າງ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ເຮົາ​ຂໍ​ດື່ມ​ນໍ້າ​ແດ່.” (

Uka jalj uñjjattʼäta Copia luraña




ໂຢຮັນ 4:7
9 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ທີ່​ເອົາ​ນ້ຳ​ເຢັນ​ແມ່ນ​ແຕ່​ຈອກ​ໜຶ່ງ​ໃຫ້​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ຕໍ່າຕ້ອຍ​ເຫລົ່ານີ້​ເພາະ​ລາວ​ເປັນ​ສາວົກ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ​ແນ່ນອນ”.


ຫລັງຈາກນັ້ນ ເມື່ອ​ພຣະອົງຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ຄົບຖ້ວນ​ແລ້ວ ແລະ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຫິວນ້ຳ”.


ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.


ນ້ຳສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ທີ່​ນັ້ນ ແລະ ພຣະເຢຊູເຈົ້າ​ອິດເມື່ອຍ​ຈາກ​ການເດີນທາງ, ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນ້ຳສ້າງ. ຂະນະ​ນັ້ນ​ເປັນ​ເວລາ​ປະມານ​ຕອນທ່ຽງ.


(ພວກສາວົກ​ຂອງ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ເພື່ອ​ຊື້​ອາຫານ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka