Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ນ້ຳສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ທີ່​ນັ້ນ ແລະ ພຣະເຢຊູເຈົ້າ​ອິດເມື່ອຍ​ຈາກ​ການເດີນທາງ, ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນ້ຳສ້າງ. ຂະນະ​ນັ້ນ​ເປັນ​ເວລາ​ປະມານ​ຕອນທ່ຽງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ນໍ້າສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ປະມານ​ທ່ຽງວັນ ພຣະເຢຊູເຈົ້າ​ມີ​ຄວາມ​ອິດເມື່ອຍ​ຍ້ອນ​ການ​ເດີນທາງ ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນໍ້າສ້າງ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 4:6
12 Jak'a apnaqawi uñst'ayäwi  

ແລ້ວ​ກໍ​ເກີດ​ຄວາມມືດມົວ​ທົ່ວ​ແຜ່ນດິນ​ຕັ້ງແຕ່​ເວລາ​ຕອນທ່ຽງ​ຈົນ​ເຖິງ​ບ່າຍ​ສາມ​ໂມງ.


ຫລັງຈາກ​ອົດອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ, ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ.


ທັນໃດນັ້ນ ກໍ​ເກີດ​ມີ​ລົມພະຍຸ​ຮຸນແຮງ​ພັດ​ລົງ​ມາ​ກາງ​ທະເລສາບ, ຈົນ​ຄື້ນນ້ຳ​ຊັດ​ຖ້ວມ​ເຮືອ. ແຕ່​ພຣະເຢຊູເຈົ້າ​ນອນຫລັບ​ຢູ່.


ນາງ​ໄດ້​ເກີດ​ລູກຊາຍ​ກົກ, ນາງ​ໄດ້​ເອົາ​ຜ້າອ້ອມ​ມາ​ພັນ​ລູກ ແລະ ວາງ​ໄວ້​ໃນ​ຮາງຫຍ້າ ເພາະວ່າ​ໃນ​ໂຮງແຮມ​ບໍ່​ມີ​ຫ້ອງ​ຫວ່າງ​ສຳລັບ​ພວກເພິ່ນ​ເລີຍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ໝາຈິ້ງຈອກ​ກໍ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ, ແຕ່​ບຸດມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ລົງ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ສິບສອງ​ຊົ່ວໂມງ​ບໍ່​ແມ່ນ​ບໍ? ຜູ້​ທີ່​ຍ່າງ​ໃນ​ເວລາ​ກາງເວັນ​ຈະ​ບໍ່​ຊູນສະດຸດ ເພາະ​ພວກເຂົາ​ເບິ່ງ​ເຫັນ​ໂດຍ​ຄວາມສະຫວ່າງ​ຂອງ​ໂລກ​ນີ້.


ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ໄດ້​ໃຫ້​ນ້ຳສ້າງ​ນີ້​ແກ່​ພວກເຮົາ​ບໍ? ແລະ ຢາໂຄບ​ເອງ​ກັບ​ລູກຫລານ​ຕະຫລອດ​ຈົນ​ສັດລ້ຽງ ກໍ​ດື່ມນ້ຳ​ຈາກ​ນ້ຳສ້າງ​ນີ້”.


ດັ່ງນັ້ນ ພຣະອົງ​ຈຶ່ງ​ມາ​ເຖິງ​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ​ຊື່​ວ່າ​ຊີຂາ ເຊິ່ງ​ຢູ່​ໃກ້​ກັບ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ ລູກຊາຍ​ຂອງ​ເພິ່ນ.


ເມື່ອ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ​ໄດ້​ມາ​ຕັກ​ນ້ຳ ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຂໍ​ນໍ້າ​ໃຫ້​ເຮົາ​ດື່ມ​ແດ່​ໄດ້​ບໍ?”


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


ເພາະ​ພວກເຮົາ​ບໍ່​ໄດ້​ມີ​ມະຫາ​ປະໂລຫິດ​ທີ່​ບໍ່​ສາມາດ​ຈະ​ເຫັນອົກເຫັນໃຈ​ໃນ​ຄວາມອ່ອນແອ​ທັງ​ຫລາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ມີ​ພຣະອົງ​ຜູ້​ທີ່​ຖືກ​ທົດລອງ​ໃນ​ທຸກ​ທາງ​ເໝືອນ​ຢ່າງ​ພວກເຮົາ, ເຖິງປານນັ້ນ​ພຣະອົງ​ກໍ​ຍັງ​ບໍ່​ໄດ້​ເຮັດ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka