Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:53 - ພຣະຄຳພີລາວສະບັບສະໄໝໃໝ່

53 ແລ້ວ​ຜູ້​ເປັນ​ພໍ່​ຈຶ່ງ​ນຶກ​ໄດ້​ວ່າ​ເປັນ​ເວລາ​ດຽວ​ກັນ​ກັບ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ຕົນ​ວ່າ, “ລູກຊາຍ​ຂອງ​ເຈົ້າ​ຈະ​ຍັງ​ມີຊີວິດ​ຢູ່”. ດັ່ງນັ້ນ ລາວ ແລະ ຄົນ​ໃນ​ຄອບຄົວ​ຂອງ​ລາວ​ທັງໝົດ​ຈຶ່ງ​ໄດ້​ເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

53 ແລ້ວ​ຜູ້​ເປັນ​ພໍ່​ກໍ​ຈື່​ວ່າ ມັນ​ກົງກັບ​ເວລາ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຕົນ​ວ່າ, ລູກ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່. ດັ່ງນັ້ນ ລາວ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ຈຶ່ງ​ໄດ້​ເຊື່ອ.

Uka jalj uñjjattʼäta Copia luraña




ໂຢຮັນ 4:53
12 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ນາຍຮ້ອຍ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ, ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ໄດ້​ເຊື່ອ”. ແລະ ຄົນຮັບໃຊ້​ຂອງ​ລາວ​ກໍ​ຫາຍດີ​ໃນ​ຊົ່ວໂມງ​ນັ້ນ.


ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ໃນ​ວັນນີ້​ຄວາມພົ້ນ​ໄດ້​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ, ເພາະ​ຊາຍ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.


ໃນ​ຂະນະ​ທີ່​ລາວ​ກຳລັງ​ກັບຄືນ​ເມືອ​ນັ້ນ ກໍ​ພົບ​ກັບ​ພວກ​ຄົນຮັບໃຊ້​ຂອງ​ລາວ​ທີ່​ມາ​ບອກ​ຂ່າວ​ວ່າ​ລູກຊາຍ​ຂອງ​ລາວ​ຍັງ​ມີຊີວິດ​ຢູ່.


ເມື່ອ​ລາວ​ຖາມ​ເຖິງ​ເວລາ​ທີ່​ລູກຊາຍ​ຂອງ​ລາວ​ມີ​ອາການ​ດີ​ຂຶ້ນ ຄົນ​ເຫລົ່ານັ້ນ​ໄດ້​ບອກ​ວ່າ, “ລາວ​ດີ​ໄຂ້​ມື້ວານ​ນີ້​ຕອນ​ບ່າຍ​ໜຶ່ງ​ໂມງ”.


ລາວ​ຈະ​ກ່າວ​ຖ້ອຍຄຳ​ໃຫ້​ເຈົ້າ​ຟັງ ຜ່ານ​ທາງ​ຖ້ອຍຄຳ​ນັ້ນ ເຈົ້າ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ພົ້ນ’.


ເມື່ອ​ນາງ​ກັບ​ສະມາຊິກ​ໃນ​ຄົວເຮືອນ​ຂອງ​ນາງ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ນາງ​ໄດ້​ເຊີນ​ພວກເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ນາງ. ນາງ​ເວົ້າ​ວ່າ, “ຖ້າ​ທ່ານ​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຜູ້ທີ່ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ, ຂໍ​ເຊີນ​ມາ​ພັກ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ດ້ວຍ”. ນາງ​ໄດ້​ຊັກຊວນ​ຈົນ​ພວກເຮົາ​ຂັດ​ບໍ່​ໄດ້.


ຜູ້​ຮັກສາ​ຄຸກ​ໄດ້​ພາ​ພວກເພິ່ນ​ເຂົ້າໄປ​ໃນ​ເຮືອນ ແລະ ຈັດ​ອາຫານ​ມາ​ລ້ຽງ​ພວກເພິ່ນ, ຜູ້​ຮັກສາ​ຄຸກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ລາວ​ເອງ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄດ້​ມາ​ເຊື່ອ​ພຣະເຈົ້າ.


ຝ່າຍ​ກີສະໂປ ຫົວໜ້າ​ທຳມະສາລາ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ຕົນ​ກໍ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ; ແລະ ຊາວ​ໂກຣິນໂທ​ຫລາຍ​ຄົນ​ທີ່​ໄດ້​ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ​ນັ້ນ​ກໍ​ໄດ້​ເຊື່ອ ແລະ ຮັບ​ບັບຕິສະມາ.


ສັນຍາ​ນີ້​ມີ​ໄວ້​ເພື່ອ​ພວກທ່ານ​ທັງຫລາຍ ແລະ ລູກຫລານ​ຂອງ​ພວກທ່ານ ຕະຫລອດ​ຈົນ​ຄົນ​ທັງປວງ​ທີ່​ຢູ່​ຫ່າງ​ໄກ ຄື​ທຸກຄົນ​ທີ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ເອີ້ນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka