Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:47 - ພຣະຄຳພີລາວສະບັບສະໄໝໃໝ່

47 ເມື່ອ​ຊາຍ​ຄົນນີ້​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ໄດ້​ອອກຈາກ​ແຂວງ​ຢູດາຍ​ມາ​ເຖິງ​ແຂວງ​ຄາລີເລ​ແລ້ວ ຈຶ່ງ​ມາ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ມາ​ຮັກສາ​ລູກຊາຍ​ຂອງ​ຕົນ​ທີ່​ໃກ້​ຈະ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

47 ເມື່ອ​ຂ້າຣາຊການ​ຄົນ​ນີ້​ໄດ້ຍິນ​ຂ່າວ​ວ່າ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ມາ​ຮອດ​ແຂວງ​ຄາລີເລ​ແລ້ວ ເພິ່ນ​ຈຶ່ງ​ໄປ​ຂໍຮ້ອງ​ພຣະອົງ ໃຫ້​ມາ​ຮັກສາ​ລູກຊາຍ​ຂອງຕົນ​ທີ່​ໃກ້​ຈະ​ຕາຍ.

Uka jalj uñjjattʼäta Copia luraña




ໂຢຮັນ 4:47
12 Jak'a apnaqawi uñst'ayäwi  

ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເບັດເລເຮັມ​ໃນ​ແຂວງ​ຢູດາຍ, ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ, ມີ​ພວກໂຫລາຈານ​ຈາກ​ທິດຕາເວັນອອກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ


ເມື່ອ​ລາວ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ກຳລັງ​ມາ​ໃກ້, ລາວ​ກໍ​ຮ້ອງສຽງດັງ​ຂຶ້ນ​ວ່າ, “ພຣະເຢຊູເຈົ້າ ບຸດ​ດາວິດ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”


ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ຢາອີໂຣ​ທີ່​ເປັນ​ຫົວໜ້າ​ທຳມະສາລາ​ໄດ້​ມາ​ໝູບ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ອ້ອນວອນຂໍ​ໃຫ້​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ຕົນ


ມາທາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ຈະ​ບໍ່​ຕາຍ.


ເມື່ອ​ມາຣີ​ມາ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ ໄດ້​ເຫັນ​ພຣະອົງ, ນາງ​ກໍ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ກໍ​ຄົງ​ບໍ່​ຕາຍ”.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ອອກ​ຈາກ​ແຂວງ​ຢູດາຍ ແລະ ກັບ​ໄປ​ຍັງ​ແຂວງ​ຄາລີເລ​ອີກ.


ນີ້​ຄື​ໝາຍສຳຄັນ​ເທື່ອ​ທີ​ສອງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ຫລັງຈາກ​ທີ່​ໄດ້​ອອກຈາກ​ແຂວງ​ຢູດາຍ​ມາ​ຍັງ​ແຂວງ​ຄາລີເລ.


ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka