Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:40 - ພຣະຄຳພີລາວສະບັບສະໄໝໃໝ່

40 ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ, ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

40 ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.

Uka jalj uñjjattʼäta Copia luraña




ໂຢຮັນ 4:40
15 Jak'a apnaqawi uñst'ayäwi  

ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ​ມາຣີ ຜູ້​ທີ່​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ແຕ່​ພວກເພິ່ນ​ໄດ້​ໜ່ວງໜ່ຽວ​ພຣະອົງ​ວ່າ, “ແວ່​ພັກເຊົາ​ຢູ່​ກັບ​ພວກເຮົາ​ກ່ອນ​ເພາະ​ໃກ້​ຈະ​ຄ່ຳ, ກາງເວັນ​ກໍ​ຈະ​ໝົດ​ໄປ​ແລ້ວ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກເຊົາ​ຢູ່​ກັບ​ພວກເພິ່ນ.


ຊາຍ​ຄົນ​ທີ່​ຜີມານຮ້າຍ​ໄດ້​ອອກ​ໄປ​ຈາກ​ລາວ​ແລ້ວ​ນັ້ນ​ໄດ້​ຂໍ​ໄປ​ກັບ​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ກັບ​ຄືນ​ໄປ ແລະ ສັ່ງ​ວ່າ,


ຊາວ​ຊາມາເຣຍ​ເປັນ​ຈໍານວນ​ຫລວງຫລາຍ​ຈາກ​ເມືອງ​ນັ້ນ​ໄດ້​ເຊື່ອ​ໃນ​ພຣະອົງ ເພາະ​ຄຳພະຍານ​ຂອງ​ຍິງ​ນັ້ນ, “ພຣະອົງ​ໄດ້​ບອກ​ທຸກສິ່ງ​ທີ່​ຂ້ອຍ​ເຄີຍ​ໄດ້​ເຮັດ​ມາ”.


ມີ​ຄົນ​ອື່ນໆ​ອີກ​ຈໍານວນ​ຫລວງຫລາຍ​ໄດ້​ກາຍເປັນ​ຜູ້​ທີ່​ເຊື່ອ​ເພາະ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ.


ຫລັງ​ຈາກ​ສອງ​ວັນ​ຜ່ານ​ໄປ ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຄາລີເລ.


ເມື່ອ​ນາງ​ກັບ​ສະມາຊິກ​ໃນ​ຄົວເຮືອນ​ຂອງ​ນາງ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ນາງ​ໄດ້​ເຊີນ​ພວກເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ນາງ. ນາງ​ເວົ້າ​ວ່າ, “ຖ້າ​ທ່ານ​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຜູ້ທີ່ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ, ຂໍ​ເຊີນ​ມາ​ພັກ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ດ້ວຍ”. ນາງ​ໄດ້​ຊັກຊວນ​ຈົນ​ພວກເຮົາ​ຂັດ​ບໍ່​ໄດ້.


ດັ່ງນັ້ນ ເມືອງ​ນັ້ນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ.


ເຮົາ​ຢູ່​ທີ່​ນີ້! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ. ຖ້າ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເປີດ​ປະຕູ, ເຮົາ​ຈະ​ເຂົ້າ​ໄປ ແລະ ຈະ​ຮັບປະທານ​ອາຫານ​ກັບ​ຜູ້​ນັ້ນ ແລະ ລາວ​ຈະ​ຮັບປະທານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka