3 ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງອອກຈາກແຂວງຢູດາຍ ແລະ ກັບໄປຍັງແຂວງຄາລີເລອີກ.
3 ພຣະເຢຊູເຈົ້າໄດ້ສະເດັດອອກຈາກແຂວງຢູດາຍ ແລະກັບຄືນໄປແຂວງຄາລີເລ.
ເມື່ອພວກເຈົ້າຖືກຂົ່ມເຫັງໃນບ່ອນໜຶ່ງ, ຈົ່ງໜີໄປຍັງອີກບ່ອນໜຶ່ງ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະບໍ່ທັນໜີໄປຄົບທຸກເມືອງຂອງອິດສະຣາເອນກ່ອນທີ່ບຸດມະນຸດມາ.
ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ແຍກໂຕຈາກທີ່ນັ້ນໄປຍັງທະເລສາບ, ມີປະຊາຊົນເປັນຈຳນວນຫລວງຫລາຍມາຈາກແຂວງຄາລີເລໄດ້ຕິດຕາມພຣະອົງໄປ.
ລະຫວ່າງທາງໄປເຢຣູຊາເລັມ, ພຣະເຢຊູເຈົ້າໄດ້ເດີນທາງໄປຕາມເຂດແດນລະຫວ່າງແຂວງຊາມາເຣຍ ແລະ ຄາລີເລ.
ວັນຕໍ່ມາ ພຣະເຢຊູເຈົ້າໄດ້ຕັດສິນໃຈທີ່ຈະໄປແຂວງຄາລີເລ, ພຣະອົງໄດ້ພົບຟີລິບ ແລະ ກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”.
ຫລັງຈາກນັ້ນ ພຣະເຢຊູເຈົ້າຂ້າມແມ່ນ້ຳຈໍແດນກັບໄປຍັງບ່ອນທີ່ໂຢຮັນເຄີຍໃຫ້ຮັບບັບຕິສະມາ. ພຣະອົງຢູ່ທີ່ນັ້ນ,
ເຫດສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ເຄື່ອນໄຫວຢ່າງເປີດເຜີຍໃນທ່າມກາງປະຊາຊົນໃນແຂວງຢູດາຍອີກຕໍ່ໄປ. ແຕ່ພຣະອົງໄດ້ແຍກໄປຍັງເຂດໃກ້ຖິ່ນແຫ້ງແລ້ງກັນດານຈົນຮອດບ້ານເອຟະຣາອິມ, ພຣະອົງພັກຢູ່ທີ່ນັ້ນກັບພວກສາວົກຂອງພຣະອົງ.
ສິ່ງທີ່ພຣະເຢຊູເຈົ້າກະທຳໃນທີ່ນີ້ ເປັນໝາຍສຳຄັນຄັ້ງທຳອິດຂອງພຣະອົງທີ່ບ້ານການາໃນແຂວງຄາລີເລ. ພຣະອົງໄດ້ສະແດງສະຫງ່າລາສີຂອງພຣະອົງ ແລະ ບັນດາສາວົກຂອງພຣະອົງກໍໄດ້ເຊື່ອໃນພຣະອົງ.
ຫລັງຈາກນັ້ນ ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງກໍໄດ້ອອກໄປຍັງເຂດຊົນນະບົດຂອງແຂວງຢູດາຍ, ຢູ່ທີ່ນັ້ນພຣະອົງໃຊ້ເວລາຢູ່ກັບພວກເຂົາ ແລະ ໃຫ້ບັບຕິສະມາ.
ພຣະອົງເປັນພະຍານເຖິງສິ່ງທີ່ພຣະອົງໄດ້ເຫັນ ແລະ ໄດ້ຍິນ, ແຕ່ບໍ່ມີຜູ້ໃດຍອມຮັບຄຳພະຍານຂອງພຣະອົງ.
ເມື່ອຊາຍຄົນນີ້ໄດ້ຍິນວ່າພຣະເຢຊູເຈົ້າໄດ້ອອກຈາກແຂວງຢູດາຍມາເຖິງແຂວງຄາລີເລແລ້ວ ຈຶ່ງມາຂໍຮ້ອງພຣະເຢຊູເຈົ້າໃຫ້ມາຮັກສາລູກຊາຍຂອງຕົນທີ່ໃກ້ຈະຕາຍແລ້ວ.
ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ໄປທົ່ວແຂວງຄາລີເລ. ແຕ່ພຣະອົງບໍ່ຢາກໄປແຂວງຢູດາຍ ເພາະພວກຜູ້ນຳຊາວຢິວຢູ່ທີ່ນັ້ນກຳລັງຊອກຫາວິທີທີ່ຈະຂ້າພຣະອົງ.