Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຍິງ​ເອີຍ ຈົ່ງ​ເຊື່ອ​ໃນ​ເຮົາ​ເທາະ ໃກ້​ຈະ​ເຖິງ​ເວລາ​ແລ້ວ​ທີ່​ພວກເຈົ້າ​ຈະ​ບໍ່​ໄດ້​ນະມັດສະການ​ພຣະບິດາເຈົ້າ​ຢູ່​ທີ່​ພູ​ນີ້ ຫລື ທີ່​ນະຄອນ​ເຢຣູຊາເລັມ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ເຊື່ອ​ໃນ​ເຮົາ​ເທາະ ຄົງ​ມີ​ວັນ​ໜຶ່ງ ພວກເຈົ້າ​ຈະ​ບໍ່ໄດ້​ນະມັດສະການ​ພຣະບິດາເຈົ້າ​ຢູ່​ເທິງ​ພູ​ນີ້ ຫລື​ທີ່​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ໂຢຮັນ 4:21
20 Jak'a apnaqawi uñst'ayäwi  

ດ້ວຍວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ເຕົ້າໂຮມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນໃດ ເຮົາ​ກໍ​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ”.


ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,


ພວກເຂົາ​ທັງຫລາຍ​ຈະ​ລົ້ມຕາຍ​ດ້ວຍ​ຄົມດາບ ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ ຖືກ​ນຳ​ໄປ​ຍັງ​ທົ່ວ​ທຸກ​ປະເທດ. ຄົນຕ່າງຊາດ​ຈະ​ຢຽບຢ່ຳ​ເຢຣູຊາເລັມ​ຈົນ​ຄົບ​ເວລາ​ທີ່​ກຳນົດ​ຂອງ​ຄົນຕ່າງຊາດ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.


ແຕ່​ເວລາ​ນັ້ນ​ກຳລັງ​ຈະ​ມາ ແລະ ກໍ​ໄດ້​ມາ​ເຖິງ​ແລ້ວ ເມື່ອ​ພວກເຈົ້າ​ແຕ່ລະຄົນ​ຈະ​ຕ້ອງ​ກະແຈກກະຈາຍກັນ​ໄປ​ຍັງ​ເຮືອນ​ຂອງ​ຕົນ. ພວກເຈົ້າ​ຈະ​ປະຖິ້ມ​ເຮົາ​ໄວ້​ແຕ່​ຜູ້ດຽວ. ແຕ່​ເຮົາ​ກໍ​ບໍ່​ໄດ້​ຢູ່​ຜູ້ດຽວ ເພາະ​ພຣະບິດາເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ.


ແຕ່​ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ​ທີ່​ຜູ້ນະມັດສະການ​ທີ່​ແທ້ຈິງ​ຈະ​ນະມັດສະການ​ພຣະບິດາເຈົ້າ​ໃນ​ພຣະ​ວິນຍານ ແລະ ໃນ​ຄວາມ​ຈິງ, ເພາະວ່າ​ພຣະບິດາເຈົ້າ​ຊອກ​ຫາ​ຜູ້​ທີ່​ນະມັດສະການ​ພຣະອົງ​ແບບ​ນັ້ນ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ ເມື່ອ​ຜູ້​ທີ່​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ບັນດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຈະ​ມີຊີວິດ.


“ຢ່າ​ປະຫລາດໃຈ​ໃນ​ຂໍ້​ນີ້, ເພາະ​ຈະ​ເຖິງ​ເວລາ​ໜຶ່ງ​ເມື່ອ​ທຸກ​ຄົນ​ທີ່​ຢູ່​ໃນ​ຂຸມຝັງສົບ​ຂອງ​ຕົນ​ຈະ​ໄດ້​ຍິນ​ສຽງ​ຂອງ​ພຣະບຸດ


ເພາະ​ພວກເຮົາ​ໄດ້​ຍິນ​ລາວ​ເວົ້າ​ວ່າ​ເຢຊູ​ແຫ່ງ​ນາຊາເຣັດ​ຈະ​ທຳລາຍ​ສະຖານທີ່​ນີ້ ແລະ ປ່ຽນ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ກັບ​ພວກເຮົາ”.


ເພາະ​ໂດຍ​ທາງ​ພຣະອົງ​ພວກເຮົາ​ທັງສອງ​ຈຶ່ງ​ໄດ້​ເຂົ້າ​ເຖິງ​ພຣະບິດາເຈົ້າ​ໂດຍ​ພຣະວິນຍານ​ອົງ​ດຽວກັນ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ,


ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.


ເມື່ອ​ພວກເຈົ້າ​ຂໍ​ຕໍ່​ພຣະບິດາເຈົ້າ​ຜູ້​ຕັດສິນ​ການກະທຳ​ຂອງ​ແຕ່ລະຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ​ດ້ວຍ​ຄວາມຢຳເກງ.


ຂ້າພະເຈົ້າ​ບໍ່​ໄດ້​ເຫັນ​ວິຫານ​ໃນ​ນະຄອນ​ນີ້​ເລີຍ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ວິຫານ​ແຫ່ງ​ນະຄອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka