Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້.”

Uka jalj uñjjattʼäta Copia luraña




ໂຢຮັນ 4:16
9 Jak'a apnaqawi uñst'ayäwi  

ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ).


ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


ນາງ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ນາຍ​ເອີຍ ຂໍ​ນໍ້າ​ນີ້​ໃຫ້​ຂ້ານ້ອຍ​ເພື່ອ​ຂ້ານ້ອຍ​ຈະ​ບໍ່​ຫິວນໍ້າ​ອີກ ແລະ ບໍ່​ຕ້ອງ​ກັບ​ມາ​ຕັກ​ນ້ຳ​ຢູ່​ທີ່​ນີ້​ອີກ”.


ນາງ​ຕອບ​ວ່າ, “ຂ້ານ້ອຍ​ບໍ່​ມີ​ຜົວ”. ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ​ວ່າ​ເຈົ້າ​ບໍ່​ມີ​ຜົວ.


ແທ້ຈິງ​ແລ້ວ ເຈົ້າ​ມີ​ຜົວ​ຫ້າ​ຄົນ​ແລ້ວ ແລະ ຊາຍ​ຄົນ​ທີ່​ເຈົ້າ​ຢູ່​ນຳ​ເວລາ​ນີ້​ກໍ​ບໍ່​ແມ່ນ​ຜົວ​ຂອງ​ເຈົ້າ. ສິ່ງ​ທີ່​ເຈົ້າ​ຫາ​ກໍ​ເວົ້າ​ໄປ​ນັ້ນ​ກໍ​ເປັນ​ຄວາມຈິງ​ແທ້”.


ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka