Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ໄດ້​ໃຫ້​ນ້ຳສ້າງ​ນີ້​ແກ່​ພວກເຮົາ​ບໍ? ແລະ ຢາໂຄບ​ເອງ​ກັບ​ລູກຫລານ​ຕະຫລອດ​ຈົນ​ສັດລ້ຽງ ກໍ​ດື່ມນ້ຳ​ຈາກ​ນ້ຳສ້າງ​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ຢາໂຄບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຜູ້​ທີ່​ໄດ້​ຂຸດ​ນໍ້າສ້າງ​ນີ້​ໄວ້​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ກໍ​ດື່ມ​ນໍ້າ​ຈາກ​ສ້າງ​ນີ້​ພ້ອມ​ທັງ​ພວກ​ລູກຊາຍ ແລະ​ຝູງສັດ​ຂອງ​ເພິ່ນ ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ​ຊັ້ນບໍ?”

Uka jalj uñjjattʼäta Copia luraña




ໂຢຮັນ 4:12
8 Jak'a apnaqawi uñst'ayäwi  

ໃນ​ການພິພາກສາ, ລາຊີນີ​ຈາກ​ທິດໃຕ້​ຈະ​ລຸກຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ ເພາະ​ນາງ​ໄດ້​ເດີນທາງ​ມາ​ຈາກ​ທີ່ສຸດປາຍ​ແຜ່ນດິນໂລກ​ເພື່ອ​ມາ​ຟັງ​ສະຕິປັນຍາ​ຂອງ​ໂຊໂລໂມນ ແລະ ບັດນີ້ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຊໂລໂມນ​ກໍ​ຢູ່​ທີ່​ນີ້.


ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ທຸກຄົນ​ທີ່​ດື່ມນ້ຳ​ນີ້​ຍັງ​ຈະ​ຫິວນໍ້າ​ອີກ,


ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ໄດ້​ນະມັດສະການ​ທີ່​ພູ​ນີ້, ແຕ່​ພວກທ່ານ​ຊາວ​ຢິວ​ອ້າງ​ວ່າ​ບ່ອນ​ທີ່​ພວກຂ້ານ້ອຍ​ຄວນ​ນະມັດສະການ​ຕ້ອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ”.


ດັ່ງນັ້ນ ພຣະອົງ​ຈຶ່ງ​ມາ​ເຖິງ​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ​ຊື່​ວ່າ​ຊີຂາ ເຊິ່ງ​ຢູ່​ໃກ້​ກັບ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ ລູກຊາຍ​ຂອງ​ເພິ່ນ.


ນ້ຳສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ທີ່​ນັ້ນ ແລະ ພຣະເຢຊູເຈົ້າ​ອິດເມື່ອຍ​ຈາກ​ການເດີນທາງ, ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນ້ຳສ້າງ. ຂະນະ​ນັ້ນ​ເປັນ​ເວລາ​ປະມານ​ຕອນທ່ຽງ.


ເຈົ້າ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ບໍ? ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ. ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”


ເປັນ​ທີ່​ຮູ້ຈັກ​ແລ້ວ​ວ່າ​ພຣະເຢຊູເຈົ້າ​ສົມຄວນ​ໄດ້​ຮັບ​ກຽດ​ຫລາຍກວ່າ​ໂມເຊ ເໝືອນດັ່ງ​ຜູ້​ທີ່​ສ້າງ​ເຮືອນ​ກໍ​ມີ​ກຽດ​ຫລາຍ​ກວ່າ​ເຮືອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka