Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ທ່ານ​ບໍ່​ມີ​ສິ່ງໃດ​ທີ່​ຈະ​ໃຊ້​ຕັກ​ນ້ຳ ແລະ ນ້ຳສ້າງ​ກໍ​ເລິກ ທ່ານ​ຈະ​ເອົາ​ນ້ຳ​ທີ່​ມີຊີວິດ​ມາ​ຈາກ​ໃສ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ນາງ​ກ່າວ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ທ່ານ​ບໍ່ມີ​ຫຍັງ​ທີ່​ຈະ​ຕັກ​ນໍ້າ ແລະ​ສ້າງ​ນີ້​ກໍ​ເລິກ ທ່ານ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ນັ້ນ​ມາ​ແຕ່​ໃສ?

Uka jalj uñjjattʼäta Copia luraña




ໂຢຮັນ 4:11
10 Jak'a apnaqawi uñst'ayäwi  

ນີໂກເດມ​ຖາມ​ວ່າ, “ຄົນ​ຈະ​ເກີດໃໝ່​ໄດ້​ຢ່າງໃດ​ເມື່ອ​ພວກເຂົາ​ເຖົ້າແກ່​ແລ້ວ? ແນ່ນອນ ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ທ້ອງ​ແມ່​ເປັນ​ເທື່ອ​ທີ​ສອງ​ເພື່ອ​ເກີດ​ອອກມາ​ໃໝ່​ໄດ້!”


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ໃນ​ວັນ​ສຸດທ້າຍ ແລະ ເປັນ​ວັນ​ສຳຄັນ​ທີ່ສຸດ​ຂອງ​ເທດສະການ, ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ກ່າວ​ດ້ວຍ​ສຽງດັງ​ວ່າ, “ຖ້າ​ຜູ້ໃດ​ຫິວນ້ຳ​ໃຫ້​ມາ​ຫາ​ເຮົາ ແລະ ດື່ມ.


ເປໂຕ​ຕອບ​ວ່າ, “ບໍ່​ໄດ້​ເດັດຂາດ ອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍ​ບໍ່​ເຄີຍ​ກິນ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ຫລື ສິ່ງ​ທີ່​ເປັນມົນທິນ​ເລີຍ”.


ຄົນ​ທີ່​ບໍ່​ມີ​ພຣະວິນຍານ ກໍ​ບໍ່​ສາມາດ​ຍອມຮັບ​ສິ່ງ​ທີ່​ມາ​ຈາກ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້ ແຕ່​ພວກເຂົາ​ຖືວ່າ​ສິ່ງ​ເຫລົ່ານີ້​ເປັນ​ເລື່ອງ​ໂງ່ ແລະ ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ ເພາະວ່າ​ຕ້ອງ​ອາໄສ​ການໄຈ້ແຍກ​ຝ່າຍຈິດວິນຍານ​ຈຶ່ງ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ​ໄດ້.


ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສຳເລັດ​ແລ້ວ. ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ, ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ. ຜູ້ໃດ​ທີ່​ຫິວນ້ຳ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຊີວິດ​ຈາກ​ບໍ່ນ້ຳພຸ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ອັນໃດ.


ແລ້ວ​ເທວະດາ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນ້ຳ​ທີ່​ມີ​ນ້ຳ​ແຫ່ງ​ຊີວິດ​ໄສ​ເໝືອນດັ່ງ​ແກ້ວ, ໄຫລ​ຈາກ​ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka