7 ຢ່າປະຫລາດໃຈທີ່ເຮົາບອກເຈົ້າວ່າ, ເຈົ້າຈໍາເປັນຕ້ອງບັງເກີດໃໝ່.
7 ຢ່າສູ່ປະຫລາດໃຈທີ່ເຮົາບອກເຈົ້າວ່າ ເຈົ້າທັງຫລາຍຈຳເປັນຕ້ອງເກີດມາໃໝ່.
ເຮົາໄດ້ເວົ້າກັບເຈົ້າເຖິງສິ່ງໃນໂລກນີ້ ແລະ ເຈົ້າບໍ່ເຊື່ອ ແລ້ວຖ້າເຮົາເວົ້າເຖິງສິ່ງໃນສະຫວັນເຈົ້າຈະເຊື່ອໄດ້ຢ່າງໃດ?
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ບໍ່ມີຜູ້ໃດສາມາດເຫັນອານາຈັກຂອງພຣະເຈົ້າໄດ້ ຖ້າພວກເຂົາບໍ່ບັງເກີດໃໝ່”.
ຜູ້ທີ່ເກີດຈາກເນື້ອໜັງກໍເປັນເນື້ອໜັງ ແລະ ຜູ້ທີ່ເກີດຈາກພຣະວິນຍານກໍເປັນວິນຍານ.
ລົມຢາກພັດໄປທິດໃດມັນກໍພັດໄປທິດນັ້ນ, ເຈົ້າໄດ້ຍິນສຽງຂອງລົມ, ແຕ່ເຈົ້າບໍ່ຮູ້ວ່າລົມພັດມາຈາກໃສ ຫລື ພັດໄປທິດໃດ, ທຸກຄົນທີ່ເກີດຈາກພຣະວິນຍານກໍເປັນດັ່ງນີ້ແຫລະ”.
“ຢ່າປະຫລາດໃຈໃນຂໍ້ນີ້, ເພາະຈະເຖິງເວລາໜຶ່ງເມື່ອທຸກຄົນທີ່ຢູ່ໃນຂຸມຝັງສົບຂອງຕົນຈະໄດ້ຍິນສຽງຂອງພຣະບຸດ
ແລະ ໂມທະນາຂອບພຣະຄຸນຢ່າງຊື່ນຊົມຍິນດີຕໍ່ພຣະບິດາເຈົ້າ ຜູ້ທີ່ເຮັດໃຫ້ພວກເຈົ້າເໝາະສົມທີ່ຈະມີສ່ວນໃນມໍລະດົກຂອງຄົນບໍລິສຸດຂອງພຣະອົງໃນອານາຈັກແຫ່ງຄວາມສະຫວ່າງ.
ຈົ່ງພະຍາຍາມທີ່ຈະຢູ່ຢ່າງສະຫງົບສຸກຮ່ວມກັບທຸກຄົນ ແລະ ເປັນຜູ້ບໍລິສຸດ, ເພາະຖ້າປາດສະຈາກຄວາມບໍລິສຸດແລ້ວກໍບໍ່ມີຜູ້ໃດຈະໄດ້ເຫັນອົງພຣະຜູ້ເປັນເຈົ້າ.
ບັດນີ້ ເມື່ອພວກເຈົ້າໄດ້ຊຳລະໂຕໃຫ້ບໍລິສຸດດ້ວຍການເຊື່ອຟັງຄວາມຈິງ ເພື່ອວ່າພວກເຈົ້າຈະຮັກເຊິ່ງກັນແລະກັນດ້ວຍຈິງໃຈແລ້ວ ກໍຈົ່ງຮັກກັນໃຫ້ເລິກສຸດໃຈ.
ບໍ່ມີສິ່ງທີ່ເປັນມົນທິນ ຫລື ຜູ້ໃດທີ່ເຮັດສິ່ງທີ່ໜ້າອັບອາຍ ຫລື ຫລອກລວງ ຈະເຂົ້າໃນນະຄອນນີ້ໄດ້ເລີຍ, ມີແຕ່ບັນດາຜູ້ທີ່ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າເທົ່ານັ້ນຈຶ່ງຈະເຂົ້າໄດ້.