Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ​ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.

Uka jalj uñjjattʼäta Copia luraña




ໂຢຮັນ 3:6
25 Jak'a apnaqawi uñst'ayäwi  

ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ.


ຢ່າ​ປະຫລາດໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈໍາເປັນ​ຕ້ອງ​ບັງເກີດ​ໃໝ່.


ເພາະ​ເຮົາ​ຮູ້​ວ່າ​ບໍ່​ມີ​ສິ່ງ​ດີ​ອັນໃດ​ຢູ່​ໃນ​ໂຕ​ເຮົາ, ນັ້ນ​ກໍ​ຄື ທຳມະຊາດ​ບາບ​ຂອງ​ເຮົາ​ທີ່​ຢູ່​ໃນ. ເພາະວ່າ​ເຮົາ​ປາຖະໜາ​ຈະ​ເຮັດ​ສິ່ງ​ທີ່​ດີ ແຕ່​ເຮົາ​ເຮັດ​ບໍ່​ໄດ້.


ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊ່ວຍ​ໃຫ້​ເຮົາ​ລອດພົ້ນ​ໄດ້​ໂດຍ​ຜ່ານ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ! ເຫດສະນັ້ນ ທາງດ້ານ​ຈິດໃຈ​ຂອງ​ເຮົາ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ໃນ​ດ້ານ​ທຳມະຊາດ​ບາບ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດ​ແຫ່ງ​ຄວາມບາບ.


ເພາະ​ເມື່ອ​ພວກເຮົາ​ຖືກ​ທຳມະຊາດ​ບາບ​ຄວບຄຸມ​ຢູ່​ຈຶ່ງ​ຖືກ​ກົດບັນຍັດ​ກະຕຸ້ນ​ຕັນຫາຊົ່ວ​ໃຫ້​ອອກລິດ​ໃນ​ຮ່າງກາຍ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ເກີດຜົນ​ອັນ​ນຳ​ໄປ​ສູ່​ຄວາມຕາຍ.


ເພາະ​ຖ້າ​ພວກເຈົ້າ​ດຳເນີນຊີວິດ​ຕາມ​ເນື້ອໜັງ​ພວກເຈົ້າ​ກໍ​ຈະ​ຕາຍ, ແຕ່​ຖ້າ​ພວກເຈົ້າ​ໄດ້​ປະຫານ​ການກະທຳ​ອັນ​ຊົ່ວຮ້າຍ​ຂອງ​ຮ່າງກາຍ​ຂອງ​ພວກເຈົ້າ​ໂດຍ​ພຣະວິນຍານ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່.


ແຕ່​ຜູ້​ທີ່​ຜູກພັນ​ກັບ​ອົງພຣະຜູ້ເປັນເຈົ້າ ຜູ້​ນັ້ນ​ກໍ​ຈະ​ເປັນ​ຄົນ​ດຽວ​ກັນ​ກັບ​ພຣະອົງ​ໃນ​ຈິດວິນຍານ.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ບັນດາ​ຜູ້​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ໄດ້​ຄຶງ​ເນື້ອໜັງ​ພ້ອມ​ກັບ​ຕັນຫາ ແລະ ຄວາມປາຖະໜາ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ຄັ້ງ​ໜຶ່ງ ພວກເຮົາ​ທຸກ​ຄົນ​ກໍ​ເຄີຍ​ດໍາເນີນຊີວິດ​ຢູ່​ໃນ​ທ່າມກາງ​ຄົນ​ເຫລົ່ານັ້ນ, ເຊິ່ງ​ເປັນ​ການສະໜອງ​ຕັນຫາ​ຂອງ​ເນື້ອໜັງ​ຂອງ​ພວກເຮົາ ແລະ ປະຕິບັດ​ຕາມ​ຄວາມປາຖະໜາ ແລະ ຕາມ​ຄວາມຄິດ​ຂອງ​ເນື້ອໜັງ​ນັ້ນ. ພວກເຮົາ​ຈຶ່ງ​ສົມຄວນ​ໄດ້ຮັບ​ຄວາມໂກດຮ້າຍ​ເໝືອນ​ກັບ​ຄົນ​ອື່ນ.


ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ,


ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka