Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:34 - ພຣະຄຳພີລາວສະບັບສະໄໝໃໝ່

34 ເພາະ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ​ກໍ​ຈະ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ, ເພາະວ່າ​ພຣະເຈົ້າ​ມອບ​ພຣະວິນຍານ​ໃຫ້​ໂດຍ​ບໍ່​ຈຳກັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

34 ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ​ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ.

Uka jalj uñjjattʼäta Copia luraña




ໂຢຮັນ 3:34
29 Jak'a apnaqawi uñst'ayäwi  

“ນີ້​ແມ່ນ​ຜູ້ຮັບໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້, ຜູ້​ທີ່​ເຮົາ​ຮັກ ແລະ ຜູ້​ທີ່​ເຮົາ​ພໍໃຈ; ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງ​ເຮົາ​ໃສ່​ໄວ້​ເທິງ​ເພິ່ນ, ແລະ ເພິ່ນ​ຈະ​ປະກາດ​ຄວາມຍຸຕິທຳ​ແກ່​ບັນດາ​ປະຊາຊາດ.


“ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ເຈີມ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ອິດສະຫລະພາບ​ແກ່​ນັກໂທດ ແລະ ໃຫ້​ຄົນຕາບອດ​ໄດ້​ເຫັນຮຸ່ງ, ປົດປ່ອຍ​ຜູ້​ທີ່​ຖືກ​ກົດຂີ່ຂົ່ມເຫັງ​ໃຫ້​ເປັນ​ອິດສະຫລະ,


ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ.


“ເຮົາ​ຈະ​ສົ່ງ​ອົງ​ພຣະຜູ້ຊ່ວຍ​ຈາກ​ພຣະບິດາເຈົ້າ​ມາ​ຫາ​ພວກເຈົ້າ​ຄື ພຣະວິນຍານ​ແຫ່ງ​ຄວາມຈິງ ເຊິ່ງ​ເປັນ​ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ແຕ່​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ວ່າ, ການ​ທີ່​ເຮົາ​ຈະ​ຈາກ​ພວກເຈົ້າ​ໄປ​ນັ້ນ​ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ. ຖ້າ​ເຮົາ​ບໍ່​ຈາກໄປ ອົງ​ພຣະຜູ້ຊ່ວຍ​ກໍ​ຈະ​ບໍ່​ມາ​ຫາ​ພວກເຈົ້າ, ແຕ່​ຖ້າ​ເຮົາ​ຈາກ​ໄປ​ເຮົາ​ຈະ​ໃຊ້​ພຣະອົງ​ມາ​ຫາ​ພວກເຈົ້າ.


ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ໃຊ້​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຕັດສິນ​ລົງໂທດ​ໂລກ ແຕ່​ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດພົ້ນ​ໂດຍ​ທາງ​ພຣະບຸດ​ນັ້ນ.


ເພາະວ່າ​ພຣະບິດາເຈົ້າ​ມີຊີວິດ​ໃນ​ພຣະອົງ​ເອງ​ສັນໃດ ພຣະອົງ​ກໍ​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄຳສອນ​ຂອງ​ເຮົາ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ຄຳສອນ​ນັ້ນ​ມາ​ຈາກ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.


ແຕ່​ບັດນີ້ ພວກເຈົ້າ​ຕັ້ງໃຈ​ຊອກຫາ​ໂອກາດ​ທີ່​ຈະ​ຂ້າ​ເຮົາ, ຜູ້​ທີ່​ໄດ້​ບອກ​ພວກເຈົ້າ​ເຖິງ​ຄວາມຈິງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກ​ພຣະເຈົ້າ. ອັບຣາຮາມ​ບໍ່​ໄດ້​ເຮັດ​ຢ່າງ​ນີ້.


ຜູ້ໃດ​ກໍ​ຕາມ​ທີ່​ເປັນ​ຂອງ​ພຣະເຈົ້າ​ຍ່ອມ​ຮັບ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າ​ກ່າວ. ເຫດຜົນ​ທີ່​ພວກເຈົ້າ​ບໍ່​ຮັບ​ຟັງ​ກໍ​ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ພຣະເຈົ້າ”.


ຈົນ​ເຖິງ​ວັນ​ທີ່​ພຣະອົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ, ຫລັງ​ຈາກ​ໄດ້​ໃຫ້​ຄຳ​ແນະນຳ​ຜ່ານ​ທາງ​ພຣະວິນຍານບໍລິສຸດເຈົ້າ​ແກ່​ບັນດາ​ອັກຄະສາວົກ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້.


ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.


ເພາະວ່າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ກົດ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ອັນ​ເຮັດ​ໃຫ້​ມີ​ຊີວິດ​ນັ້ນ ໄດ້​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມບາບ ແລະ ຄວາມຕາຍ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ເພາະວ່າ​ພຣະເຈົ້າ​ພໍໃຈ​ທີ່​ຈະ​ໃຫ້​ຄວາມບໍລິບູນ​ທັງໝົດ​ຂອງ​ພຣະອົງ​ສະຖິດ​ຢູ່​ໃນ​ພຣະບຸດ,


ເພາະ​ໃນ​ພຣະຄຣິດເຈົ້າ​ນັ້ນ ລັກສະນະ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ດໍາລົງ​ຢູ່​ຢ່າງ​ເຕັມ​ບໍລິບູນ​ໃນ​ກາຍ​ຂອງ​ພຣະອົງ


ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສຳເລັດ​ແລ້ວ. ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ, ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ. ຜູ້ໃດ​ທີ່​ຫິວນ້ຳ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຊີວິດ​ຈາກ​ບໍ່ນ້ຳພຸ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ອັນໃດ.


ແລ້ວ​ເທວະດາ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນ້ຳ​ທີ່​ມີ​ນ້ຳ​ແຫ່ງ​ຊີວິດ​ໄສ​ເໝືອນດັ່ງ​ແກ້ວ, ໄຫລ​ຈາກ​ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka