Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຊາຍ​ຄົນ​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ຕອນ​ກາງຄືນ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ເປັນ​ຄູສອນ​ມາ​ຈາກ​ພຣະເຈົ້າ ເພາະ​ບໍ່ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ທີ່​ທ່ານ​ເຮັດ​ນີ້​ໄດ້ ຖ້າ​ພຣະເຈົ້າ​ບໍ່​ສະຖິດ​ຢູ່​ນຳ​ຜູ້ນັ້ນ.”

Uka jalj uñjjattʼäta Copia luraña




ໂຢຮັນ 3:2
30 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.


ພວກເຂົາ​ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ ແລະ ມັກ​ໃຫ້​ເອີ້ນ​ພວກເຂົາ​ວ່າ, ‘ຣັບບີ’.


“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,


ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ. ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ​ໃຫ້​ແກ່​ກາຍຊາ​ບໍ?


ພຣະເຢຊູເຈົ້າ​ຫລຽວຄືນຫລັງ​ເຫັນ​ພວກເພິ່ນ​ຕິດຕາມ​ມາ ຈຶ່ງ​ຖາມ​ວ່າ, “ພວກທ່ານ​ຕ້ອງການ​ຫຍັງ​ບໍ?” ພວກເພິ່ນ​ຕອບ​ວ່າ, “ຣັບບີ (ເຊິ່ງ​ແປ​ວ່າ​ອາຈານ) ທ່ານ​ພັກ​ຢູ່​ທີ່​ໃດ?”


ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ, ເຖິງແມ່ນວ່າ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍ​ຕາມ, ແຕ່​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ ເຂົ້າໃຈ​ວ່າ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ”.


ເຖິງ​ແມ່ນ​ວ່າ​ພຣະເຢຊູເຈົ້າ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍ​ຕາມ, ພວກເຂົາ​ກໍ​ຍັງ​ບໍ່​ເຊື່ອ​ໃນ​ພຣະອົງ.


ພວກເຈົ້າ​ບໍ່​ເຊື່ອ​ບໍ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ? ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນັ້ນ​ເຮົາ​ບໍ່​ໄດ້​ກ່າວ​ໂດຍ​ສິດອຳນາດ​ຂອງ​ເຮົາ​ເອງ. ແຕ່​ແມ່ນ​ພຣະບິດາເຈົ້າ​ຜູ້​ຢູ່​ໃນ​ເຮົາ​ເປັນ​ຜູ້​ກະທຳ​ກິດຈະການ​ຂອງ​ພຣະອົງ.


ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ເຊິ່ງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມບາບ. ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ ແລະ ໄດ້​ກຽດຊັງ​ທັງ​ເຮົາ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ.


ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.


ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ມາຣີ​ເອີຍ”. ນາງ​ມາຣີ​ຫັນ​ໜ້າ​ກັບ​ມາ​ຫາ​ພຣະອົງ ແລະ ຮ້ອງ​ອອກ​ມາ​ເປັນ​ພາສາ​ອາຣາມິກ​ວ່າ, “ຣັບໂບນີ!” (ເຊິ່ງ​ແປ​ວ່າ “ອາຈານ”).


ພວກເຂົາ​ຈຶ່ງ​ມາ​ຫາ​ໂຢຮັນ ແລະ ເວົ້າ​ກັບ​ເພິ່ນ​ວ່າ, “ອາຈານ​ເອີຍ, ເບິ່ງແມ ຊາຍ​ຄົນ​ນັ້ນ​ເຄີຍ​ຢູ່​ກັບ​ທ່ານ​ທີ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ຄື​ຜູ້​ທີ່​ທ່ານ​ເປັນພະຍານ​ເຖິງ​ນັ້ນ, ເພິ່ນ​ກຳລັງ​ໃຫ້​ບັບຕິສະມາ​ຢູ່ ແລະ ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ”.


ໃນຂະນະ​ນັ້ນ ພວກສາວົກ​ໄດ້​ຂໍຮ້ອງ​ພຣະອົງ​ວ່າ, “ອາຈານ​ເອີຍ ຂໍ​ເຊີນ​ຮັບປະທານ​ອາຫານ”.


“ເຮົາ​ມີ​ຄຳພະຍານ​ທີ່​ສຳຄັນ​ກວ່າ​ຄຳພະຍານ​ຂອງ​ໂຢຮັນ​ອີກ ເພາະ​ງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບໝາຍ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ຄື​ທຸກ​ງານ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ນີ້​ແຫລະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.


ແລະ ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ​ເພາະ​ພວກເຂົາ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະອົງ​ສະແດງ​ໂດຍ​ການຮັກສາ​ຄົນເຈັບປ່ວຍ.


ແຕ່​ປະຊາຊົນ​ຫລາຍ​ຄົນ​ກໍ​ຍັງ​ເຊື່ອ​ໃນ​ພຣະອົງ​ຢູ່. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດເຈົ້າ​ມາ, ພຣະອົງ​ຈະ​ສະແດງ​ໝາຍສຳຄັນ​ຫລວງຫລາຍ​ກວ່າ​ຜູ້​ນີ້​ບໍ?”


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່​ຖືຮັກສາ​ວັນ​ຊະບາໂຕ”. ແຕ່​ຄົນ​ອື່ນ​ກໍ​ຖາມວ່າ, “ຄົນບາບ​ຈະ​ສະແດງ​ໝາຍສຳຄັນ​ຢ່າງ​ນີ້​ໄດ້​ແນວໃດ?” ດັ່ງນັ້ນ ພວກເຂົາ​ຈຶ່ງ​ແຕກແຍກກັນ.


ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.


“ປະຊາຊົນ​ອິດສະຣາເອນ, ຂໍ​ຈົ່ງ​ຟັງ​ສິ່ງ​ນີ້ ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ດ້ວຍ​ການ​ອັດສະຈັນ, ການອິດທິຣິດ ແລະ ດ້ວຍ​ໝາຍສຳຄັນ​ຕ່າງໆ, ເຊິ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກເຈົ້າ​ຜ່ານ​ທາງ​ພຣະອົງ, ຕາມ​ທີ່​ພວກທ່ານ​ເອງ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ.


ແລະ ເພາະ​ການ​ທີ່​ເຮົາ​ຖືກ​ລ່າມໂສ້​ນັ້ນ ເຮັດ​ໃຫ້​ພີ່ນ້ອງ​ສ່ວນຫລາຍ​ມີ​ຄວາມ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍ​ທຸກຄົນ​ໃຫ້​ປະກາດ​ຂ່າວປະເສີດ​ໂດຍ​ບໍ່​ໄດ້​ຢ້ານກົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka