Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ໂມເຊ​ຍົກ​ງູ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ​ຢ່າງໃດ, ບຸດມະນຸດ​ກໍ​ຕ້ອງ​ຖືກ​ຍົກ​ຂຶ້ນ​ຢ່າງນັ້ນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ໂມເຊ​ໄດ້​ຍົກ​ງູ​ຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຕ້ອງ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ຢ່າງ​ນັ້ນ,

Uka jalj uñjjattʼäta Copia luraña




ໂຢຮັນ 3:14
16 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ຢ່າງ​ນັ້ນ ຈະ​ເປັນໄປຕາມ​ທີ່​ພຣະຄຳພີ​ກ່າວ​ໄວ້​ໄດ້​ແນວໃດ​ວ່າ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ນີ້?”


ພຣະເຢຊູເຈົ້າ​ຕອບ​ວ່າ, “ໝາຈິ້ງຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ, ແຕ່​ບຸດມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ລົງ”.


ພວກ​ຫົວໜ້າ​ປະໂລຫິດ ແລະ ພວກຜູ້ປົກຄອງ​ຂອງ​ພວກເຮົາ​ໄດ້​ມອບ​ພຣະອົງ​ໄວ້​ໃຫ້​ຮັບ​ໂທດ​ເຖິງ​ຕາຍ, ພວກເຂົາ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,


ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ເປັນ​ຈິງ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ​ພຣະອົງ​ຈະ​ຕາຍ​ຢ່າງໃດ.


ເຮົາ​ເປັນ​ອາຫານ ເຊິ່ງ​ໃຫ້​ຊີວິດ​ທີ່​ລົງ​ມາ​ຈາກ​ສະຫວັນ. ຜູ້ໃດ​ກໍ​ຕາມ​ໄດ້​ກິນ​ອາຫານ​ນີ້​ຈະ​ມີ​ຊີວິດ​ຢູ່​ຕະຫລອດໄປ. ອາຫານ​ນີ້​ແມ່ນ​ເນື້ອກາຍ​ຂອງ​ເຮົາ ເຊິ່ງ​ເຮົາ​ຈະ​ໃຫ້​ເພື່ອ​ໂລກ​ນີ້​ຈະ​ໄດ້​ມີ​ຊີວິດ”.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເມື່ອໃດ​ພວກເຈົ້າ​ທັງຫລາຍ​ຍົກ​ບຸດມະນຸດ​ຂຶ້ນ​ແລ້ວ ເມື່ອ​ນັ້ນ​ແຫລະ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ​ເຮົາ​ເປັນ​ຜູ້​ນັ້ນ ແລະ ເຮົາ​ບໍ່​ໄດ້​ເຮັດ​ສິ່ງໃດ​ຕາມໃຈ​ຂອງ​ເຮົາ​ເອງ ແຕ່​ກ່າວ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສອນ​ເຮົາ​ໄວ້.


ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka