Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ບໍ່​ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ​ເວັ້ນ​ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ຄື ບຸດມະນຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ບໍ່ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ ນອກຈາກ​ບຸດ​ມະນຸດ​ຜູ້​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ.

Uka jalj uñjjattʼäta Copia luraña




ໂຢຮັນ 3:13
24 Jak'a apnaqawi uñst'ayäwi  

ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ໝາຈິ້ງຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ, ແຕ່​ບຸດມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ລົງ”.


ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ພຣະເຢຊູເຈົ້າ​ຮູ້​ວ່າ​ພຣະບິດາເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ໄວ້​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ ຮູ້​ວ່າ​ພຣະອົງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ກັບ​ເມືອ​ຫາ​ພຣະເຈົ້າ.


ແລະ ບັດນີ້ ພຣະບິດາເຈົ້າ​ເອີຍ, ຂໍໃຫ້​ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຢູ່​ຕໍ່ໜ້າ​ພຣະອົງ ຄື​ສະຫງ່າລາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ຮ່ວມ​ກັບ​ພຣະອົງ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ​ນັ້ນ.


ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ​ເຖິງ​ສິ່ງ​ໃນ​ໂລກ​ນີ້ ແລະ ເຈົ້າ​ບໍ່​ເຊື່ອ ແລ້ວ​ຖ້າ​ເຮົາ​ເວົ້າ​ເຖິງ​ສິ່ງ​ໃນ​ສະຫວັນ​ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງໃດ?


ຜູ້​ທີ່​ມາ​ຈາກ​ເບື້ອງເທິງ​ນັ້ນ​ກໍ​ຢູ່​ເໜືອ​ກວ່າ​ທຸກສິ່ງ, ຜູ້​ທີ່​ມາ​ຈາກ​ໂລກ​ກໍ​ເປັນ​ຂອງ​ໂລກ ແລະ ເວົ້າ​ຢ່າງ​ຄົນ​ທີ່​ມາ​ຈາກ​ໂລກ. ພຣະອົງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກສິ່ງ.


ເພາະ​ອາຫານ​ຈາກ​ພຣະເຈົ້າ​ແມ່ນ​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ ແລະ ໃຫ້​ຊີວິດ​ແກ່​ໂລກ”.


ເພາະວ່າ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ​ບໍ່​ແມ່ນ​ເພື່ອ​ເຮັດ​ຕາມໃຈ​ຂອງ​ເຮົາ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.


ພວກເຂົາ​ເວົ້າ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ​ລູກຊາຍ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ? ພວກເຮົາ​ກໍ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ, ດ້ວຍເຫດໃດ ລາວ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ລົງ​ມາ​ຈາກ​ສະຫວັນ’?”


ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະບິດາເຈົ້າ​ນອກຈາກ​ຜູ້​ທີ່​ມາ​ຈາກ​ພຣະເຈົ້າ​ເທົ່ານັ້ນ​ທີ່​ໄດ້​ເຫັນ​ພຣະບິດາເຈົ້າ.


ເຮົາ​ເປັນ​ອາຫານ ເຊິ່ງ​ໃຫ້​ຊີວິດ​ທີ່​ລົງ​ມາ​ຈາກ​ສະຫວັນ. ຜູ້ໃດ​ກໍ​ຕາມ​ໄດ້​ກິນ​ອາຫານ​ນີ້​ຈະ​ມີ​ຊີວິດ​ຢູ່​ຕະຫລອດໄປ. ອາຫານ​ນີ້​ແມ່ນ​ເນື້ອກາຍ​ຂອງ​ເຮົາ ເຊິ່ງ​ເຮົາ​ຈະ​ໃຫ້​ເພື່ອ​ໂລກ​ນີ້​ຈະ​ໄດ້​ມີ​ຊີວິດ”.


ຖ້າ​ພວກເຈົ້າ​ເຫັນ​ບຸດມະນຸດ​ຂຶ້ນ​ເມືອ​ຍັງ​ບ່ອນ​ທີ່​ພຣະອົງ​ເຄີຍ​ຢູ່​ແຕ່ກ່ອນ​ນັ້ນ​ພວກເຈົ້າ​ຈະ​ວ່າ​ຢ່າງໃດ!


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຖ້າ​ພຣະເຈົ້າ​ເປັນ​ພຣະບິດາ​ຂອງ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ຮັກ​ເຮົາ, ເພາະ​ເຮົາ​ມາ​ຈາກ​ພຣະເຈົ້າ ແລະ ເຮົາ​ຢູ່​ທີ່​ນີ້​ແລ້ວ. ເຮົາ​ບໍ່​ໄດ້​ມາ​ເອງ, ແຕ່​ພຣະອົງ​ໄດ້​ໃຊ້​ເຮົາ​ມາ.


ເພາະ​ດາວິດ​ບໍ່​ໄດ້​ຂຶ້ນ​ໄປ​ເທິງ​ສະຫວັນ, ແຕ່​ເພິ່ນ​ໄດ້​ກ່າວ​ວ່າ, “‘ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ອົງ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ແຕ່​ຄວາມຊອບທຳ​ໂດຍ​ຄວາມເຊື່ອ​ກ່າວ​ວ່າ, “ຢ່າ​ຄິດ​ໃນ​ໃຈ​ວ່າ, ‘ຜູ້ໃດ​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ?’” (ຄື​ນໍາ​ເອົາ​ພຣະຄຣິດເຈົ້າ​ລົງ​ມາ)


ມະນຸດ​ຄົນ​ທຳອິດ​ແມ່ນ​ມາ​ຈາກ​ຂີ້ຝຸ່ນດິນ​ຂອງ​ແຜ່ນດິນໂລກ; ມະນຸດ​ຄົນ​ທີ​ສອງ​ແມ່ນ​ມາ​ຈາກ​ສະຫວັນ.


ເຊິ່ງ​ເປັນ​ຮ່າງກາຍ​ຂອງ​ພຣະອົງ​ທີ່​ເຕັມບໍລິບູນ​ດ້ວຍ​ພຣະອົງ​ຜູ້​ໃຫ້​ທຸກສິ່ງ​ເຕັມບໍລິບູນ​ໃນ​ທຸກ​ທາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka